ຫວຽດ​ນາມ ແລະ ໂຮນ​ລັງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອຮັບ​ມືກັບ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ

(VOVWORLD) -  ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ໄປຢ້ຽມຢາມໂຮນລັງ ຄັ້ງນີ້ດ້ວຍບົດບາດເປັນປະທານຮ່ວມກອງປະຊຸມຄັ້ງທີ 8 ຄະນະກຳມະການລະຫວ່າງລັດຖະບານ.
ຫວຽດ​ນາມ ແລະ ໂຮນ​ລັງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອຮັບ​ມືກັບ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ - ảnh 1ພາບປະກອບ: TTXVN

ກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ໂຮນລັງ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງແຫຼ່ງນ້ຳ ຈະດຳເນີນໃນລະຫວ່າງວັນທີ 25 – 27 ຢູ່ນະຄອນ La Haye , ໂຮນລັງ. ຄະນະຜູ້ແທນຫວຽດນາມ ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່ານຳໜ້າ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ຟ້າມວຽດແອັງ ໃຫ້ຮູ້ວ່າ ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຈະໄປຢ້ຽມຢາມໂຮນລັງ ຄັ້ງນີ້ດ້ວຍບົດບາດເປັນປະທານຮ່ວມກອງປະຊຸມຄັ້ງທີ 8 ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືຍຸດທະສາດ ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງແຫຼ່ງນ້ຳ. ໃນການຢ້ຽມຢາມໂຮນລັງ, ນອກຈາກເຂົ້າຮ່ວມກອງປະຊຸມຄະນະກຳມະການລະຫວ່າງລັດຖະບານແລ້ວ, ຄາດວ່າ ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຈະມີການພົບປະ, ເຮັດວຽກກັບທ່ານປະທານສະພາສູງ, ປະທານສະພາຕ່ຳ, ການນຳລັດບານ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ໂຮນລັງ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ