ຫວຽດນາມ ແລະ ໄທ ຈັດກອງປະຊຸມຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍ

(VOVWORLD) - ການຮ່ວມມືເສດຖະກິດ - ການຄ້າ - ການລົງທຶນ ຍາມໃດກໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນ 2 ຝ່າຍ, ເຫັນດີຈະສົ່ງເສີມ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດເປີດກວ້າງການລົງທຶນ
ຫວຽດນາມ ແລະ ໄທ ຈັດກອງປະຊຸມຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍ - ảnh 1(ຜູ້ແທນເຂົ້າຮ່ວມກອງປະຊຸມ)

        ວັນທີ 11 ເມສາ, ຢູ່ ໄທ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ ປານປຣີ ພະຫິດທານຸກອນ ເປັນປະທານຮ່ວມກອງປະຊຸມຄັ້ງທີ 5 ຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍ (JCBC - 5).

        ທີ່ກອງປະຊຸມ, ທ່ານລັດຖະມົນຕີ ບຸຍແທັງເຊີນ ຕີລາຄາວ່າ, ການຮ່ວມມືເສດຖະກິດ - ການຄ້າ - ການລົງທຶນ ຍາມໃດກໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນ 2 ຝ່າຍ, ເຫັນດີຈະສົ່ງເສີມ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດເປີດກວ້າງການລົງທຶນ, ດຳເນີນທຸລະກິດ, ສຳຜັດຕະຫຼາດ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ ບັນລຸ 25 ຕື້ USD ໂດຍໄວ ຕາມທິດສ້າງຄວາມດຸ່ນດ່ຽງ ແລະ ຍືນຍົງກວ່າ; ພ້ອມທັງ, ເຫັນດີຊອກຫາຄວາມສາມາດບົ່ມຊ້ອນໃນການຮ່ວມມືໃນຂົງເຂດເສດຖະກິດໃໝ່, ຄື: ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດດີຈີຕອນ, ການພັດທະນາລະບົບນະວັດຕະກຳໝູນວຽນ…

        ສ່ວນທ່ານ ປານປຣີ ພະຫິດທານຸກອນ, ປາດຖະໜາຢາກຊຸກຍູ້ການພົວພັນກັບ ຫວຽດນາມ ໃຫ້ຂຶ້ນສູ່ລະດັບສູງໃໝ່. ທ່ານເນັ້ນໜັກວ່າ, 2 ປະເທດຕ້ອງຍູ້ແຮງເລື່ອງຜັນຂະຫຍາຍຍຸດທະສາດ “3 ເຊື່ອມຕໍ່” (ເຊື່ອມຕໍ່ລະບົບສະໜອງ; ເຊື່ອມຕໍ່ພື້ນຖານເສດຖະກິດຮາກຖານ; ເຊື່ອມຕໍ່ຍຸດທະສາດພັດທະນາແບບຍືນຍົງ), ສ້າງເງື່ອນໄຂເພື່ອນຳສິນຄ້າ ຫວຽດນາມ ໄປເຖິງຜູ້ບໍລິໂພກ ໄທ.

        ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍເຫັນດີຈະສົມທົບກັບບັນດາສະມາຊິກ ອາຊຽນ, ຮັກສາຫຼັກໝັ້ນຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ