ຫວຽດ​ນາມ​ ແລະ ໄທ ເຫັນ​ດີ​ເປັນ​ເອ​ກະ​ພາບ​ທິດ​ທາງ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ເພີ່ມ​ທະ​ວີ

(VOVWORLD) -    ໂດຍປະຕິບັດຂໍ້ຕົກລົງລະຫວ່າງສອງກະຊວງການຕ່າງປະເທດ, ວັນທີ 06 ກັນຍາ, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ໂດຮຸ່ງຫວຽດ ພ້ອມກັບທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ໄທ Eksiri Pintaruchi ເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງ ຫວຽດນາມ - ໄທ ຄັ້ງທີ 10 ຢູ່ສຳນັກງານກະຊວງການຕ່າງປະເທດ ໄທ ຢູ່ນະຄອນຫຼວງ ບາງກອກ.
ຫວຽດ​ນາມ​ ແລະ ໄທ ເຫັນ​ດີ​ເປັນ​ເອ​ກະ​ພາບ​ທິດ​ທາງ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ເພີ່ມ​ທະ​ວີ - ảnh 1ບັນຍາກາດກອງປະຊຸມ (ພາບ: baoquocte.vn)

  ໃນກອງປະຊຸມ, ສອງຝ່າຍຕີລາຄາການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ ພວມພັດທະນາຢ່າງດີງາມທີ່ສຸດໃນທຸກຂົງເຂດ ແລະ ມີຄວາມເຫັນດີເປັນຢ່າງສູງຕໍ່ບາງທິດທາງຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ສອງຝ່າຍຢັ້ງຢືນສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ພົບປະຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ພິເສດ ແມ່ນກະກຽມໃຫ້ແກ່ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ. ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ປະຕິບັດໂຄງການດຳເນີນງານ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ໄລຍະ 2022 – 2027  ແລະ ບັນດາກົນໄກຮ່ວມມືສອງຝ່າຍສຳຄັນ ຢ່າງມີປະສິດທິຜົນ.

        ສອງຝ່າຍກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ການຂົນຂວາຍດ້ວຍຫຼາຍຮູບແບບພາຫະນະດ ໃນນັ້ນ ມີການຂຸດຄົ້ນເສັ້ນທາງລຽບຕາມແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ, ພັດທະນາລະບົບທາງບົກ ແລະ ທາງລົດໄຟເຊື່ອມຕໍ່ ໄທ - ລາວ - ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ