ຫວຽດນາມ - ໂປໂລຍ ເພີ່ມທະວີການພົວພັນມິດຕະພາບຮອບດ້ານ

ຫວຽດນາມ - ໂປໂລຍ ເພີ່ມທະວີການພົວພັນມິດຕະພາບຮອບດ້ານ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ແລະ
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດໂປ​ໂລຍ Sikorski
(ພາບ: vietnamplus.vn)

(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊີ​ນຂອງ​ລັດຖະບານ​ສ.​ໂປ​ໂລ​ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ໄປ​ຢ້ຽມຢາມ​ສ.​ໂປ​ໂລ​ຍ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 25 – 26/07. ທີ່​ບັນດາ​ການ​ພົບ​ປະ, 2 ຝ່າຍ​ໄດ້​ເຫັນ​ດີ​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ​ແລະ ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜ​ງການຕ່າງໆຂອງ 2 ປະ​ເທດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນຂົງ​ເຂດ​ລະອຽດ. ຝ່າຍໂປ​ໂລ​ຍ  ​ໃຫ້​ຮູ້​ວ່າ ທ່ານ​ປະທານາທິບໍດີໂປ​ໂລ​ຍ Bronislar Komorowski ຈະ​ມາ​ຢ້ຽມຢາມຫວຽດນາມ​ໃນ​ປີ 2015. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດໂປ​ໂລ​ຍ ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ດານ​ຄ້າ, ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ໂປ​ໂລ​ຍ  ຢືນຢັນ​ວ່າ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ນັກຮຽນ, ນັກ​ສຶກສາ​ຫວຽດນາມ ທີ່​ພວມ​ຮໍ່າຮຽນ​ຢູ່ໂປ​ໂລ​ຍ ​ແລະ ​ເພີ່ມ​ຈຳນວນ​ທຶນ​ສຶກສາ​ໃຫ້​ນັກ​ສຶກສາ​ຫວຽດນາມ ​ແຕ່ 10 ຄົນ​ຂຶ້ນ​ເຖິງ 15 ຄົນ. ​ໃນ​ຂົງ​ເຂດ​ປ້ອງ​ກັນຊາດ, 2 ຝ່າຍ​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ລວມທັງ​ການ​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ​ປ້ອງ​ກັນຊາ​ດ, ບຳລຸງ​ສ້າງ ​ແລະ ມອບ​ໂອນ​ເຕັກ​ໂນ​ໂລ​ຊີ. ຫວຽດນາມ ​ໃນ​ຖາ​ນະ​ເປັນ​ຜູ້​ປະສານ​ງານ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ - EU, ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວຕໍ່​ໃຫ້​ໂປ​ໂລ​ຍ ​ໃນ​ການ​ພົວພັນ​ກັບ​ອາ​ຊຽນ. ໂປ​ໂລ​ຍ  ຢືນຢັນ​ການ​ສະ​ນັບ​ສະ​ໜູນ​ຫວຽດນາມ ​ໃນ​ການ​ພົວພັນ​ກັບ​ສະຫະພາບ​ເອີ​ລົບ; ສະໜັບ​ສະ​ໜູນ​ຫວຽດນາມ​ ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - EU (EVFTA) ກ່ອນ​ເດືອນ 10/2014 ​ໂດຍ​ໄວ ​ແລະ ​ແຈ້ງ​ໃຫ້​ຊາບ​ວ່າ ສະພາ​ແຫ່ງ​ຊາດໂປ​ໂລ​ຍ ​ຈະ​ອະນຸມັດ​ຜ່ານ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ ​- EU (PCA) ​ເຊິ່ງຫວຽດນາມ ​ໄດ້​ລົງ​ນາມ​ກັບ EU ໂດຍ​ໄວ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດໂປ​ໂລຍ Sikorski ຢືນຢັນ​ວ່າ ໂປ​ໂລ​ຍ ສະໜັບສະໜູນ​ຫຼັກ​ໝັ້ນ​ແກ້​ໄຂ​ທຸກໆ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະການໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ.
ຂ່າວ/ບົດ​ອື່ນ