ຫວຽດນາມ - ໂມຊໍາບິກ ສົ່ງເສີມການຮ່ວມມືລົງທຶນ, ການຄ້າ ແລະ ການທ່ອງທ່ຽວ

(VOVWORLD) - ວັນທີ 26 ມິຖຸນາ, ຢູ່ນະຄອນຫຼວງ Maputo ປະເທດ ໂມຊໍາບິກ ໄດ້ດໍາເນີນ “ເວທີປາໄສສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ຫວຽດນາມ - ໂມຊໍາບິກ ເພື່ອແນໃສ່ຊຸກຍູ້ການເຊື່ອມຕໍ່ວິສາຫະກິດ, ຍູ້ແຮງການພົວພັນແລກປ່ຽນການຄ້າ, ການລົງທຶນ, ການທ່ອງທ່ຽວລະຫວ່າງນະຄອນຫຼວງ Maputo ແລະ ບັນດານະຄອນຢູ່ອ້ອມຂ້າງຂອງ ໂມຊໍາບິກ ກັບນະຄອນຫຼວງຮ່າໂນ້ຍ ແລະ ທ້ອງຖິ່ນຕ່າງໆຂອງຫວຽດນາມ. 
ຫວຽດນາມ - ໂມຊໍາບິກ ສົ່ງເສີມການຮ່ວມມືລົງທຶນ, ການຄ້າ ແລະ ການທ່ອງທ່ຽວ - ảnh 1ເວທີປາໄສສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ຫວຽດນາມ - ໂມຊໍາບິກ (ພາບ: TTXVN)

        ທີ່ເວທີປາໄສ ກໍໄດ້ດໍາເນີນບັນດາການເຄື່ອນໄຫວເຊື່ອມຕໍ່ວິສາຫະກິດ (B-2-B) ເພື່ອແນໃສ່ແນະນໍາບັນດາຜະລິດຕະພັນ ແລະ ຄວາມສາມາດຂອງແຕ່ລະຝ່າຍໃນການຊອກຮູ້ຢ່າງລະອຽດກ່ຽວກັບບັນດາມາດຕະຖານຮັບປະກັນຫຼັກອະນາໄມຄວາມປອດໄພຂອງສິນຄ້າແຕ່ລະປະເພດ, ເງື່ອນໄຂສົ່ງອອກ-ນໍາເຂົ້າ ແລະ ລະບຽບການແຈ້ງພາສີຂອງແຕ່ລະປະເທດ... ເພື່ອກ້າວໄປເຖິງການລົງນາມໃນສັນຍາສະບັບຕ່າງໆ.

        ບັນດາວິສາຫະກິດ ຫວຽດນາມ ແລະ ໂມຊໍາບິກ ກໍແລກປ່ຽນກ່ຽວກັບບັນດາມາດຕະການເພື່ອແນໃສ່ແກ້ໄຂບັນດາຂໍ້ຕິດຂັດທີ່ກ່ຽວຂ້ອງເຖິງບັນຫາລະບຽບການບໍລິຫານ, ການອອກໃບອະນຸຍາດລົງທຶນ, ວິທີການຊອກຫາຂໍ້ມູນຂ່າວສານ, ກວດກາຢັ້ງຢືນຄູ່ຮ່ວມມື ເພື່ອແນໃສ່ຮັບປະກັນການພົວພັນຮ່ວມມືດໍາເນີນທຸລະກິດຢ່າງມີຄວາມໄວ້ເນື້ອເຊື່ອໃຈ ແລະ ຍືນຍົງ. ວິສາຫະກິດຫຼາຍແຫ່ງໄດ້ສະແດງຄວາມປາດຖະໜາຢາກໃຫ້ສອງປະເທດລົງນາມ ແລະ ຜັນຂະຫຍາຍບັນດາມາດຕະການຫຼີກລ້ຽງການເສຍພາສີຊ້ອນ, ຂໍ້ຕົກລົງວ່າດ້ວຍການເງິນ-ການທະນາຄານໂດຍໄວ ເພື່ອແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງບັນດາວິສາຫະກິດ.


ຕອບກັບ

ຂ່າວ/ບົດ​ອື່ນ