ຫວຽດນາມ ໃກ້ຈະມີວັນມອບອະໄວຍະວະແຫ່ງຊາດ

(VOVWORLD) - ຫວຽດນາມ ໄດ້ຜ່ານຜ່າການປະຕິບັດເຕັກນິກຜ່າຕັດໝາກໄຂ່ຫຼັງ, ຕັບ, ຫົວໃຈ, ປອດ, ມ້າມ, ແກ້ວຕາ ແລະ ເປັນເຈົ້າການບັນດາເຕັກນິກດັ່ງກ່າວເປັນເວລາຫຼາຍປີ.
ຫວຽດນາມ ໃກ້ຈະມີວັນມອບອະໄວຍະວະແຫ່ງຊາດ - ảnh 1(ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ເຈິ່ນວັນທວນ)

        ວັນທີ 03 ມິຖຸນາ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈິ່ນວັນທວນ ໃຫ້ຮູ້ວ່າ, ກະຊວງສາທາລະນະສຸກ ພວມສະເໜີໃຫ້ອົງການມີສິດອຳນາດ ຄັດເລືອກວັນໜຶ່ງໃນປີແມ່ນວັນມອບອະໄວຍະວະແຫ່ງຊາດ.

        ກໍ່ຕາມທ່ານ ເຈິ່ນວັນທວນ ແລ້ວ, ຫວຽດນາມ ໄດ້ຜ່ານຜ່າການປະຕິບັດເຕັກນິກຜ່າຕັດໝາກໄຂ່ຫຼັງ, ຕັບ, ຫົວໃຈ, ປອດ, ມ້າມ, ແກ້ວຕາ ແລະ ເປັນເຈົ້າການບັນດາເຕັກນິກດັ່ງກ່າວເປັນເວລາຫຼາຍປີ. ມາຮອດປະຈຸບັນ, ທົ່ວປະເທດໄດ້ປະຕິບັດການຜ່າຕັດອະໄວຍະວະໄດ້ເກືອບ 9.000 ລາຍ, ພິເສດ, ໃນ 2 ປີມໍ່ໆມານີ້, ແຕ່ລະປີຜ່າຕັດໄດ້ກວ່າ 1.000 ລາຍ, ຢືນອັນດັບທີ 1 ກ່ຽວກັບລາຍຜ່າຕັດ/ປີ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຜົນສຳເລດດັ່ງກ່າວສະແດງໃຫ້ເຫັນບາດກ້າວກະໂດດຂັ້ນກ່ຽວກັບລະດັບວິຊາຊີບ ແລະ ຈິດໃຈຄວາມຮັບຜິດຊອບເພື່ອຄົນເຈັບຂອງບັນດາພາລະກອນການແພດ, ສ້າງຄວາມຫວັງໃຫ້ບັນດາຄົນເຈັບຕ້ອງປ່ຽນອະໄວຍະວະ.

ຕອບກັບ

ຂ່າວ/ບົດ​ອື່ນ