ຫວຽດນາມ ໃຫ້ຄໍາໝັ້ນສັນຍາ ພ້ອມກັບ IPU ຊຸກຍູ້ບົດບາດຂອງສະພາແຫ່ງຊາດໃນການປັບປຸງຄວາມສັນຕິພາບ ແລະ ພັດທະນາແບບຍືນຍົງ

(VOVWORLD) -ສະພາແຫ່ງຊາດຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າ ຍາມໃດກໍແມ່ນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ພ້ອມແລ້ວທີ່ຈະພ້ອມກັບ ສະຫະພັນລັດຖະສະພາສາກົນ (IPU)  ແລະ ລັດຖະສະພາ ບັນດາປະເທດ ປະຕິບັດບັນດາມມະຕິ, ຂໍ້ລິເລີ່ມຂອງ IPU ປະກອບສ່ວນເຂົ້າໃນການສ້າງສັນຕິພາບ ແລະ ການພັດທະນາແບບຍືນຍົງ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາປະເທດໃນໂລກ.
ຫວຽດນາມ ໃຫ້ຄໍາໝັ້ນສັນຍາ ພ້ອມກັບ IPU  ຊຸກຍູ້ບົດບາດຂອງສະພາແຫ່ງຊາດໃນການປັບປຸງຄວາມສັນຕິພາບ ແລະ ພັດທະນາແບບຍືນຍົງ - ảnh 1ທ່ານ ອວງຈູລຶວ ຮອງປະທານສະພາແຫ່ງຊາດຫວຽດນາມ ທີ່ກອງປະຊຸມຄົບຄະນະ ສະມັດຊາ IPU ຄັ້ງທີ 139 (ພາບ: TTXVN)

ນີ້ແມ່ນຄໍາຢືນຢັນຂອງທ່ານ ອວງຈູລຶວ ຮອງປະທານສະພາແຫ່ງຊາດຫວຽດນາມ ທີ່ກອງປະຊຸມຄົບຄະນະ ສະມັດຊາ IPU ຄັ້ງທີ 139  (IPU – 139) ເຊິ່ງໄດ້ດໍາເນີນໃນວັນທີ 16 ຕຸລາ ຢູ່ ເຊີແນວ ປະເທດ ສະວິດ.

         ກອງປະຊຸມສະມັດຊາ IPU – 139 ໄດ້ດໍາເນີນແຕ່ວັນທີ 14 – 18 ຕຸລາ, ໂດຍມີການເຂົ້າຮ່ວມຂອງ ລັດຖະສະພາ 178 ແຫ່ງ ຈາກບັນດາປະເທດສະມາຊິກ IPU. ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານ ອວງຈູລຶວ ຮອງປະທານສະພາແຫ່ງຊາດ ນໍາໜ້າຄະນະເຂົ້າຮ່ວມ ກອງປະຊຸມ.

        ກ່າວຄໍາເຫັນທີ່ວາລະປະຊຸມຄົບຄະນະ IPU – 139, ທ່ານ ອວງຈູລຶວ ແບ່ງປັນວ່າ ແມ່ນປະເທດໜຶ່ງທີ່ພວມພັດທະນາ ແຕ່ຍັງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງຢູ່ທາງໜ້າ, ຫວຽດນາມ ມີຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືສາກົນ,  ຢາກໄດ້ຮັບການສະໜັບສະໜູນ, ໜູນຊ່ວຍດ້ານເຕັກນິກຈາກບັນດາປະເທດພັດທະນາ, ແບ່ງປັນບົດຮຽນໃນການຊຸກຍູ້ບົດບາດຂອງອົງການນິຕິບັນຍັດ, ຕິດຕາມກວດການະໂຍບາຍວິທະຍາສາດ-ເຕັກໂນໂລຢີ, ຕິດພັນກັບໜ້າທີ່ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາແບບຍືນຍົງ.

        ຢູ່ນອກກອງປະຊຸມ IPU – 139, ທ່ານ ອວງຈູລຶວ  ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ໄດ້ມີການພົບປະກັບທ່ານ Martin Chungong ເລຂາທິການໃຫຍ່ IPU ແລະ ທ່ານນາງ Gabriela Cuevas Barron  ປະທານ IPU. ນອກຈາກນັ້ນ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ກໍມີການເຮັດວຽກກັບຄະນະຜູ້ແທນສະພາແຫ່ງຊາດ ໄທ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ