ຫວຽດນາມ ໃຫ້ຄໍາໝັ້ນສັນຍາປະຕິບັດບັນດາຂໍ້ຕົກລົງກັບທະນາຄານໂລກຢ່າງເຄັ່ງຄັດ

(VOVWORLD) -WB ຢາກແບ່ງປັນປະສົບການຂອງ ຫວຽດນາມ ກັບປະເທດອື່ນ, ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງ

“ຫວຽດນາມ ໃຫ້ຄໍາໝັ້ນສັນຍາປະຕິບັດບັນດາຂໍ້ຕົກລົງກັບທະນາຄານໂລກ ຢ່າງເຄັ່ງຄັດ”. ນີ້ແມ່ນຄໍາຢັ້ງຢືນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ທີ່ການຕ້ອນຮັບທ່ານ Makhtar Diop, ຮອງປະທານທະນາຄານໂລກ (WB) ຮັບຜິດຊອບກ່ຽວກັບພື້ນຖານໂຄງລ່າງ ໃນວັນທີ 21 ກຸມພາ ທີ່ ຮ່າໂນ້ຍ.

ຫວຽດນາມ ໃຫ້ຄໍາໝັ້ນສັນຍາປະຕິບັດບັນດາຂໍ້ຕົກລົງກັບທະນາຄານໂລກຢ່າງເຄັ່ງຄັດ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ Makhtar Diop, ຮອງປະທານທະນາຄານໂລກ 

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຫວຽດນາມ ມີຄວາມຕ້ອງການລົງທຶນພັດທະນາຢ່າງໃຫຍ່ຫຼວງ, ດັ່ງນັ້ນ ຫວຽດນາມ ປາດຖະໜາວ່າ WB ຈະສືບຕໍ່ໜູນຊ່ວຍຫວຽດນາມ ເພື່ອພັດທະນາບັນດາຂົງເຂດທີ່ຈໍາເປັນ ຄື ພະລັງງານສະອາດ, ພື້ນຖານໂຄງລ່າງ, ລະດົມທຶນຊ່ວຍພັດທະນາພະລັງງານໄຟຟ້າ ຫວຽດນາມ; ໜູນຊ່ວຍເພື່ອຊຸກຍູ້ການສ້າງລະບຽບລະບອບການສໍາລັບຮູບການລົງທຶນຮ່ວມມືພາກລັດ - ເອກະຊົນ ໃຫ້ສົມບູນແບບ.    ທ່ານນາຍົກລັດຖະມົນຕີ ກໍປາດຖະໜາວ່າ WB ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ໜູນຊ່ວຍດ້ານເຕັກນິກ ແລະ ຊ່ວຍເຫຼືອລ້າ, ເພີ່ມທະວີແຫຼ່ງກໍາລັງໃຫ້ຫວຽດນາມ ໃນໄລຍະພັດທະນາປະເທດຊາດ.

        ສ່ວນ ທ່ານ Makhtar Diop, ຮອງປະທານທະນາຄານໂລກ ຊີ້ແຈ້ງວ່າ WB ຢາກແບ່ງປັນບົດຮຽນຂອງ ຫວຽດນາມ ກັບປະເທດອື່ນ, ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງ. WB ພ້ອມແລ້ວທີ່ຈະຮ່ວມມື ແລະ ໜູນຊ່ວຍຫວຽດນາມ ໃນໄລຍະພັດທະນານີ້ ແລະ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ສວມບົດບາດສໍາຄັນໃນການພັດທະນາຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ