ຫວຽດນາມ ໃຫ້ຄຳ ໝັ້ນສັນຍານຳໃຊ້ ບັນດາແຫຼ່ງທຶໜູນຊ່ວຍ ຈາກ ADB ຢ່າງມີປະສິດທິຜົນ

ຫວຽດນາມ ໃຫ້ຄຳ ໝັ້ນສັນຍານຳໃຊ້ ບັນດາແຫຼ່ງທຶໜູນຊ່ວຍ ຈາກ ADB ຢ່າງມີປະສິດທິຜົນ - ảnh 1
ການນຳໃຊ້ໄຟຟ້າຂອງ ຊາວເຜົ່າເມື່ອງແຕ່ ໃນໂຄງການນຳໃຊ້ທຶນກູ້ຢືມຈາກ ADB
ພາບປະກອບ

(vovworld) - ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງ​ທຶນ ຫວຽດນາມ ບຸ່ຍກວາງ​ວີ​ງ ຫາ​ກໍ່​ມີ​ການ​ເຮັດ​ວຽກ​ກັບ​ທ່ານ Bruce Davis, ຮອງ​ປະທານ​ທະນາຄານ​ພັດທະນາ ອາຊີ (ADB). ທ່ານ​ລັດຖະມົນຕີ ບຸ່ຍກວາງ​ວີ​ງ ຢືນຢັນ​ລັດຖະບານ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ນຳ​ໃຊ້​ແຫຼ່ງທຶນ​ໜູນ​ຊ່ວຍ​ຈາກ ADB ຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ບັນລຸ​ປະສິດທິ​ຜົນ​ສູງ​ສຸດ. ທ່ານ​ລັດຖະມົນຕີ ບຸ່ຍກວາງ​ວີ​ງ ຖື​ວ່າ: ADB ​ແມ່ນ​ໜຶ່ງ​​ໃນ​ຈຳນວນ 3 ນັກ​ອຸປະຖຳ​​ໃຫຍ່​ສຸດ​ໃຫ້​ແກ່ ຫວຽດນາມ, ມີ​ບັນດາ​ການ​ໜູນ​ຊ່ວຍ​ອັນ​ໃຫຍ່​ຫຼວງ ສຳລັບ ຫວຽດນາມ ​ແລະ ບັນດາ​ປະ​ເທດ​​ໃນ​ພາກ​ພື້ນ. ທ່ານ Bruce Davis, ຮອງ​ປະທານ​ ADB​ ໃຫ້ຮູ້ວ່າ: ຍາມໃດ ADB​ ກໍ່ສ້າງເງື່ອນໄຂດີທີ່ສຸດເພື່ອແນໃສ່ຊ່ວຍໃຫ້ ຫວຽດນາມ ສຳຜັດກັບແຫຼ່ງທຶນ, ຍູ້ແຮງຄວາມຄືບໜ້າຂອງບັນດາໂຄງການ. ທ່ານ Bruce Davis ກໍ່ສະແດງຄວາມເຊື່ອໝັ້ນ, ຮັກສາບັນດາຄຳໝັ້ນສັນຍາຮ່ວມມື, ເພີ່ມທະວີແຫຼ່ງທຶນໜູນ ຊ່ວຍຂອງ ADB​ ຢູ່ ຫວຽດນາມ ແລະ ຫວັງວ່າ ລັດຖະບານ ຫວຽດນາມ ຈະມີບັນດາ ການໜູນຊ່ວຍ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາໂຄງການໃນປະຈຸບັນໄດ້ຜັນ ຂະຫຍາຍຢ່າງມີປະສິດທິຜົນ ແລະ ມີຫຼາຍໂຄງການໃໝ່ໃນອະນາຄົດ.

 

ຂ່າວ/ບົດ​ອື່ນ