ຫວຽດນາມ ໃຫ້ຄຳໝັ້ນສັນຍາ ອະນຸລັກຮັກສາ ມໍລະດົກວັດທະນະທຳ

ຫວຽດນາມ ໃຫ້ຄຳໝັ້ນສັນຍາ    ອະນຸລັກຮັກສາ ມໍລະດົກວັດທະນະທຳ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ມອບ​​ໃບ​ຢັ້ງຢືນ​ປູຊະນີຍະສະຖານ​​ແຫ່ງ​ຊາດ​ພິ​ເສດ
ພາບ: internet


(vovworld) - ຕອນ​ຄຳ່​ວັນ​ທີ 11/9 ຢູ່ ​ແຂວງ Ninh Binh ​ໄດ້​ດຳ​ເນີນ​ພິທີ​            ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ການ​ປະຕິບັດ​ສົນທິສັນຍາປີ 1972 ຂອງ​ອົງການ​ສຶກສາ, ວິ​ທະຍາ​ສາດ ​ແລະ ວັດທະນະທຳ ຂອງ ສປຊ (UNESCO) ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ, ທ​ຳມະ​ຊາດ​ຂອງ​ໂລກ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ Nguyen Thien Nhan ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ ​ໃນ​ຕະຫລອດ 25 ປີຜ່ານມາ, ​ເລື່ອງ​ ຫວຽດນາມ ​ເຂົ້າ​ຮ່ວມ​ສົນທິສັນຍາ​ປີ 1972 ​ໄດ້​ປະກອບສ່ວນ​ຍົກ​ສູ​ງຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາ​ຍບັນດາ​ຄຸນຄ່າ​ມໍລະດົກ​ຢູ່ ຫວຽດນາມ, ປະກອບສ່ວນ​ຢ່າງ​ແທ້​ຈິງ​ເຂົ້າ​ໃນ​ກິດຈະການ​ສ້າງສາ ​ແລະ ພັດທະນາ​ລວມຂອງ​ປະ​ເທດ​ຊາດ, ​ເຮັດ​ໃຫ້​ໂສມ​ຫນ້າ​ຂອງທ້ອງ​ຖິ່ນ​ຫລາຍ​ແຫ່ງ​ປ່ຽນ​ແປງ​ໄປ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ສະ​ເຫ​ນີ​ອົງການ UNESCO ຫວຽດນາມ, ກະຊວງ​ວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ພ້ອມ​ກັບ​ບັນດາ​ທ້ອງ​ຖິ່ນ​ທີ່ມີ​ມໍລະດົກ​ຄວນ​ສື​ບຕໍ່​ຮັບປະກັນ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ກັບ​ອົງການ UNESCO ​ໃຫ້​ເຂັ້ມ​ງວດ, ອະນຸລັກ​ຮັກສາ​, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ມໍລະດົກ​ດ້ວຍຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ມອບ​​ໃບ​ຢັ້ງຢືນ​ປູຊະນີຍະສະຖານ​​ແຫ່ງ​ຊາດ​ພິ​ເສດ​ໃຫ້​ແກ່​ເຂດ​ປຸຊະນີຍະສະຖານປະຫວັດສາດ 2 ​ແຫ່ງ​ນັ້ນ​ແມ່ນ: ສະຖາປັດຕະຍະກຳກຸງ​ເກົ່າ Hoa Lu ​ແລະ ທັດສະນີ​ຍະ​ພາບ Trang An - Tam Coc - Bich Dong.  ສ່ວນ​ທ່ານ Kishore Rao ຜູ້ອຳນວຍການ​ສູນ​ມໍລະດົກ​ວັດທະນະທຳ​ໂລກ ຂອງ UNESCO ​ໃຫ້​ຄຳ​ໝັ້ນໝາຍ ຈະ​ສືບ​ຕໍ່​ສະຫງວນ​ການ​ສະຫນັບສະຫນູນ ​ແລະ ຊ່ວຍ​ເຫລືອ​ວຽກ​ງານ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນ​ຄ່າ​ມໍລະດົກ​ຢູ່ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຢ່າງ​ແທ້​ຈິງ.

ຂ່າວ/ບົດ​ອື່ນ