ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະປະຕິບັດ ສົນທິສັນຍາຕ້ານການທໍລະມານ ຂອງສະຫະປະຊາຊາດ

(VOVWORLD) -ຫວຽດນາມ ແມ່ນໜຶ່ງໃນ 6 ປະເທດສະມາຊິກທີ່ມີບົດລາຍງານໂດຍຄະນະກຳມະການຕ້ານການທໍລະມານຂອງ ສະຫະປະຊາຊາດ ພິຈາລະນາ ແລະ ປຶກສາຫາລືຢູ່ ວາລະປະຊຸມຄັ້ງທີ 65 ຂອງຄະນະກຳມະການຕ້ານການທໍລະມານ, ທີ່ຈັດຂຶ້ນໃນລະຫວ່າງວັນທີ 12 ພະຈິກ - 7 ທັນວາ ປີ 2018.

ວັນທີ 14 ພະຈິກ, ຢູ່ ເຊີແນວ, ປະເທດສະວິດ, ຄະນະປະຕິບັດງານ ລະຫວ່າງ ຂະແໜງການ ໂດຍທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ພົນໂທ ເລກຸ໊ຍເວືອງ ເປັນຫົວໜ້າຄະນະ, ໄດ້ສະເໜີ ແລະ ແລກປ່ຽນກ່ຽວກັບບົດລາຍງານແຫ່ງຊາດຄັ້ງທຳອິດ ຂອງ ຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາຂອງ ສປຊ ວ່າດ້ວຍການຕ້ານການທໍລະມານ ແລະ ບັນດາຮູບການປະພຶດ ຫຼື ການລົງໂທດທີ່ໂຫດຫ້ຽມ, ໄຮ້ມະນຸດສະທຳ ຫຼື ເຮັດໃຫ້ເສຍກຽດສັກສີຂອງຄວາມເປັນຄົນ (ຍັງເອີ້ນໄດ້ວ່າ ສົນທິສັນຍາຕ້ານການທໍລະມານ) ຕໍ່ຄະນະກຳມະການຕ້ານການທໍລະມານຂອງ ສະຫະປະຊາຊາດ.

ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ເລກຸ໊ຍເວືອງ ໃຫ້ຮູ້ວ່າ ຫຼັງຈາກທີ່ ຫວຽດນາມ ກາຍເປັນສະມາຊິກຂອງ ສົນທິສັນຍາຕ້ານການທໍລະມານ, ກະຊວງຕຳຫຼວດກໍ່ໄດ້ສ້າງບົດລາຍງານແຫ່ງຊາດ ຄັ້ງທຳອິດ ກ່ຽວກັບບັນດາມາດຕະການທີ່ ຫວຽດນາມ ໄດ້ດຳເນີນໃນທັນທີເພື່ອປະຕິບັດໜ້າທີ່ເປັນສະມາຊິກສົນທິສັນຍາ ຕາມການແນະນຳຂອງ ສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ