ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ເຂົ້າ​ຮ່ວມ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ຂອງ​ອາ​ຊຽນ​​ໃນ​ການ​ປ້ອງ​ກັນ, ຕ້ານ ອາ​ດຊະ​ຍາ​ກຳ​ຂ້າມ​ຊາດ​ຢ່າງ​ຄົບ​ຖ້ວນ

(VOVWORLD) - ຫວຽດນາມ ຖືວ່າ ອາດຊະຍາກຳຂ້າມຊາດຜ່ານເຂດຊາຍແດນໄດ້ນາບຂູ່ໂດຍກົງເຖິງສະຖຽນລະພາບ, ການພັດທະນາເສດຖະກິດ, ການຄ້າການລົງທຶນຂອງພາກພື້ນເວົ້າລວມແລະ ຫວຽດນາມ ເວົ້າສະເພາະ
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ເຂົ້າ​ຮ່ວມ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ຂອງ​ອາ​ຊຽນ​​ໃນ​ການ​ປ້ອງ​ກັນ, ຕ້ານ ອາ​ດຊະ​ຍາ​ກຳ​ຂ້າມ​ຊາດ​ຢ່າງ​ຄົບ​ຖ້ວນ - ảnh 1ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ(ພາບ: anninhthudo.vn)

ວັນທີ 3 ເມສາ, ກອງປະຊຸມຂັ້ນສູງພາກພື້ນ - ຫັນແຜນການການຄ້າ ແລະ ຄວາມໝັ້ນຄົງໃຫ້ຄົບຊຸດ, ໜູນຊ່ວຍໃຫ້ແກ່ເປົ້າໝາຍ ASEAN 2025, ໄດ້ດຳເນີນໃນລະຫວ່າງວັນທີ 3 – 4 ເມສາ, ຢູ່ ບາງກອກ, ປະເທດ ໄທ. ກອງປະຊຸມໂດຍລັດຖະບານໄທ ແລະ ຫ້ອງການສະຫະປະຊາຊາດ ກ່ຽບກັບການຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNDOC) ຮ່ວມກັນຈັດຕັ້ງ, ໂດຍມີການເຂົ້າຮ່ວມຂອງເຈົ້າໜ້າທີ່ຂັ້ນສູງບັນດາປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມມືເຈລະຈາ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືບັນຫາການຄຸ້ມຄອງເຂດຊາຍແດນເພື່ອແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງໃນວິວັດການເປີດກ້ວາງເສດຖະກິດຢູ່ພາກພື້ນ.

        ກ່າວຄຳເຫັນນະທີ່ນີ້, ທ່ານພົນໂທ ຫງວຽນວັນແທັ່ງ, ຮອງລັດຖະມົນຕີ ກະຊວງຕຳຫຼວດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ຖືວ່າ ອາດຊະຍາກຳຂ້າມຊາດຜ່ານເຂດຊາຍແດນໄດ້ນາບຂູ່ໂດຍກົງເຖິງສະຖຽນລະພາບ, ການພັດທະນາເສດຖະກິດ, ການຄ້າການລົງທຶນຂອງພາກພື້ນເວົ້າລວມແລະ ຫວຽດນາມ ເວົ້າສະເພາະ. ດັ່ງນັ້ນ, ບັນດາປະເທດສະມາຊິກ ອາຊຽນຄວນສົມທົບກັນຢ່າງແໜ້ນແຟ້ນ ແລະ ຕໍ່ສູ້ປ້ອງກັນຕ້ານອາດຊະຍາກຳປະເພດຕ່າງໆຢ່າງມີປະສິດທິຜົນ.

        ກ່ຽວກັບຄຳໝັ້ນສັນຍາຂອງ ຫວຽດນາມ, ທ່ານພົນໂທ ຫງວຽນວັນແທັ່ງ ເນັ້ນໜັກວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມຄວາມຮັບຜິດຊອບ ຂອງ ອາຊຽນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະເຂົ້າຮ່ວມບັນດາຂອບເຂດການຮ່ວມມືຂອງ ອາຊຽນ ເວົ້າລວມ ແລະ ການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຢ່າງຄົບຖ້ວນ, ຮັບປະກັນບັນດາດັດຊະນີກ່ຽວກັບຄວາມໝັ້ນຄົງ ແລະ ຄວາມປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ