ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ

(VOVWORLD) - ທີ່ການໂອ້ລົມສົນທະນາ, ບັນດາລັດຖະມົນຕີ/ຫົວໜ້າຄະນະໄດ້ແບ່ງປັນກ່ຽວກັບຍຸດທະສາດ ແລະ ຂໍ້ລິເລີ່ມຂອງປະເທດຊາດໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພີ່ມທະວີສິດໃຫ້ແກ່ແມ່ຍິງ.
ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ - ảnh 1ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາແບບທາງໄກ

ຕອນເຊົ້າວັນທີ 29 ກັນຍາ, ການໂອ້ລົມສົນທະນາຂັ້ນລັດຖະມົນຕີບັນດາປະເທດ ອາຊຽນ - ອາເມລິກາ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພີ່ມທະວີສິດໃຫ້ແກ່ແມ່ຍິງ ໄດ້ຈັດຕັ້ງຕາມແບບທາງໄກ, ດ້ວຍການເຂົ້າຮ່ວມຂອງ ລັດຖະມົນຕີ, ຫົວໜ້າບັນດາປະເທດສະມາຊິກ ອາຊຽນ 9 ທ່ານ (ເວັ້ນເສຍແຕ່ ມຽນມາ) ແລະ ອາເມລິກາ ຮັບຜິດຊອບບັນຫາແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ເລຂາທິການໃຫຍ່ ອາຊຽນ, ຄະນະເລຂາ ອາຊຽນ. ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມ. ທີ່ການໂອ້ລົມສົນທະນາ, ບັນດາລັດຖະມົນຕີ/ຫົວໜ້າຄະນະໄດ້ແບ່ງປັນກ່ຽວກັບຍຸດທະສາດ ແລະ ຂໍ້ລິເລີ່ມຂອງປະເທດຊາດໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພີ່ມທະວີສິດໃຫ້ແກ່ແມ່ຍິງ. ແບ່ງປັນກ່ຽວກັບຄວາມມານະພະຍາຍາມຂອງ ຫວຽດນາມ, ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຢັ້ງຢືນວ່າ:

        “ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຮຽກຮ້ອງໃຫ້ບັນດາສະມາຊິກ ອາຊຽນ ຕ້ອງມີການຮ່ວມມືແໜ້ນແຟ້ນໃນພາກພື້ນ ແລະ ການໜູນຊ່ວຍຂອງບັນດາປະເທດອື່ນໃນໂລກ. ພວກຂ້າພະເຈົ້າຫວັງວ່າ, ໄລຍະຈະມາເຖິງ, ອາເມລິກາ ສືບຕໍ່ຮ່ວມມື, ໜູນຊ່ວຍບັນດາສະມາຊິກ ອາຊຽນ ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບຄວາມສະເໝີພາບລະຫວ່າງຍິງ -ຊາຍ ເພື່ອເພີ່ມທະວີສິດໃຫ້ແກ່ແມ່ຍິງໃນໄລຍະຈະມາເຖິງ ແລະ ພິເສດແມ່ນຟື້ນຟູເສດຖະກິດຫຼັງໂລກລະບາດ.”

ຕອບກັບ

ຂ່າວ/ບົດ​ອື່ນ