ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດ COP-21 ແລະ ໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ນເຫ້ວ ໄດ້ມີບົດກ່າວປາໄສຢູ່ບາງວາລະປຶກສາຫາລືໃນຂອບເຂດກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 (WCSP5).
ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດ COP-21 ແລະ ໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1(ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ນເຫ້ວ)

ຕອນບ່າຍວັນທີ 07 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ວຽນ, ປະເທດໂອຕາລິດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ນເຫ້ວ ໄດ້ມີບົດກ່າວປາໄສຢູ່ບາງວາລະປຶກສາຫາລືໃນຂອບເຂດກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 (WCSP5).

ກ່າວຄຳເຫັນປຶກສາຫາລືຫົວເລື່ອງ “ການຟື້ນຟູພາຍຫຼັງໂລກລະບາດ: ຫັນປ່ຽນພື້ນຖານເສດຖະກິດເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຊຸກຍູ້ການພັດທະນາແບບຍືນຍົງ”, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຮຽກຮ້ອງບັນດາສະມາຊິກລັດຖະສະພາ/ສະມາຊິກສະພາແຫ່ງຊາດ ຄວນສະໜັບສະໜູນ, ຮ່ວມເດີນທາງ ແລະ ຊຸກຍູ້ລັດຖະບານມີການກະທຳຢ່າງແຮງ, ເພີ່ມທະວີການກວດກາ, ສ້າງກອບກົດໝາຍໃຫ້ສົມບູນແບບ, ໜູນຊ່ວຍ, ຕິດຕາມກວດກາການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ພ້ອມກັບການປະຕິບັດຄຳໝັ້ນສັນຍາ COP-21.

“ພ້ອມກັນນັ້ນແມ່ນເພີ່ມທະວີການຮ່ວມມືສາກົນ, ຮ່ວມມືລັດຖະສະພາເພື່ອແນໃສ່ແບ່ງປັນບົດຮຽນເພື່ອພ້ອມກັນສະກັດກັ້ນໂລກລະບາດໂຄວິດ-19, ໜູນຊ່ວຍການສະໜອງວັກຊິນ, ຮ່ວມມືຜະລິດວັກຊິນ, ຍົກສູງກຳລັງຄວາມສາມາດດ້ານການແພດສາທາລະນະ, ຮັບປະກັນຊີວິດສັງຄົມ, ຮັກສາການຜະລິດ, ຮັກສາລະບົບມູນຄ່າພາກພື້ນ ແລະ ທົ່ວໂລກມີສະຖຽນລະພາບ. ບັນດາປະເທດພັດທະນາຮັ່ງມີກວ່າຕ້ອງນຳໜ້າໃນການປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ໜູນຊ່ວຍດ້ານເຕັກນິກ, ການເງິນ, ຍົກສູງກຳລັງຄວາມສາມາດເຕັກໂນໂລຊີໃຫ້ແກ່ບັນດາປະເທດພວມພັດທະນາ”.

ຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສົ່ງບົດກ່າວປາໄສ2 ບົດທີ່ກອງປະຊຸມຄື: “ຮັບມືກັບໂລກລະບາດໂຄວິດ-19 ແລະ ສິ່ງທ້າທາຍສຳລັບກົນໄກຮ່ວມມືຫຼາຍຝ່າຍໃນການຕອບສະໜອງຄວາມຕ້ອງການຂອງປະຊາຊົນ” ແລະ  “ຫຼຸດຜ່ອນຜົນກະທົບຂອງໂລກລະບາດໂຄວິດ-19”.

ຕອບກັບ

ຂ່າວ/ບົດ​ອື່ນ