ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຢ່າງຄົບຖ້ວນ

(VOVWORLD) -ກອງປະຊຸມມີຫົວຂໍ້ “ຟື້ນຟູແບບກວມລວມ, ເຂັ້ມແຂງດ້ວຍຕົນເອງຈາກໂລກລະບາດໂຄວິດ-19 ເພື່ອຊີວິດແບບຍືນຍົງ, ສະຫວັດດີການ ແລະ ກຽດສັກສີສຳລັບທຸກໆຄົນ: ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກພາຍໃຕ້ທຸກຮູບການ ແລະ ແງ່ມູນ ເພື່ອບັນລຸໄດ້ໂຄງການດຳເນີນງານ 2030”.
ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຢ່າງຄົບຖ້ວນ - ảnh 1(ທ່ານ ດັ້ງດິ່ງກຸຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ)

ກອງປະຊຸມຄະນະກຳມະການພັດທະນາສັງຄົມ ຊຸດທີ 60 ຂອງສະຫະປະຊາຊາດ (CSocD) ໄດ້ດຳເນີນໃນລະຫວ່າງວັນທີ 07 – 16 ກຸມພາ ຢູ່ນະຄອນ ນິວຢອກ, ປະເທດ ອາເມລິກາ. ກອງປະຊຸມມີຫົວຂໍ້ “ຟື້ນຟູແບບກວມລວມ, ເຂັ້ມແຂງດ້ວຍຕົນເອງຈາກໂລກລະບາດໂຄວິດ-19 ເພື່ອຊີວິດແບບຍືນຍົງ, ສະຫວັດດີການ ແລະ ກຽດສັກສີສຳລັບທຸກໆຄົນ: ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກພາຍໃຕ້ທຸກຮູບການ ແລະ ແງ່ມູນ ເພື່ອບັນລຸໄດ້ໂຄງການດຳເນີນງານ 2030”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ເນັ້ນໜັກວ່າ: ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ຈະພຽງບັນລຸໄດ້ເມື່ອພ້ອມກັນແກ້ໄຂບັນດາຄວາມສ່ຽງກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ. ຍ້ອນເຫດນັ້ນ, ບັນດາຂອບເຂດນິຕິກຳ ແລະ ນະໂຍບາຍທີ່ກ່ຽວຂ້ອງ ຕ້ອງສຸມໃສ່ການລົບລ້າງຄວາມອຶດຫິວ ແລະ ຂາດຄວາມສະເໝີພາບ, ຍົກສູງກຳລັງ, ຮັບປະກັນການຫາເງິນລ້ຽງຊີບແບບຍືນຍົງໃຫ້ທຸກໆຄົນ. ທ່ານເອກອັກຄະລັດຖະທູດ ກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນ ແລະ ບັນດາຄູ່ຮ່ວມມືພັດທະນາ ຈົ່ງເພີ່ມທະວີການຮ່ວມມືຫຼາຍຝ່າຍ, ປະຕິບັດຄຳໝັ້ນສັນຍາຊ່ວຍເຫຼືອລ້າ, ລະດົມບັນດາແຫຼ່ງກຳລັງເພື່ອຟື້ນຟູຢ່າງຮອບດ້ານ ແລະ ແກ້ໄຂວິກິດການໜີ້ສິນ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ຢ້ຳຄືນບັນດາມາດຕະການຢ່າງຮອບດ້ານ ແລະ ຜົນງານຂອງ ຫວຽດນາມ ໃນການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ການຄ້ຳປະກັນດ້ານສະບຽງອາຫານ.

ຕອບກັບ

ຂ່າວ/ບົດ​ອື່ນ