ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດສົນທິສັນຍາກົດໝາຍວ່າດ້ວຍທະເລ

(VOVWORLD) - ແຕ່ວັນທີ 11 – 14 ມິຖຸນາ, ທີ່ສຳນັກງານສະຫະປະຊາຊາດຢູ່ ນິວຢອກ, ໄດ້ດຳເນີນກອງປະຊຸມຄັ້ງທີ 28 ບັນດາປະເທດສະມາຊິກສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).
ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດສົນທິສັນຍາກົດໝາຍວ່າດ້ວຍທະເລ - ảnh 1 ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ (ພາບ: AP)

ເຂົ້າຮ່ວມກອງປະຊຸມ ມີຜູ້ຕາງໜ້າຂອງກ່ວາ 100 ປະເທດສະມາຊິກ UNCLOS, ຜູ້ຕາງໜ້າບັນດາອົງການໄດ້ສ້າງຕັ້ງຕາມສົນທິສັນຍາ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້ຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ ຊີ້ແຈ້ງວ່າ: ຫວຽດນາມ ຍາມໃດກໍ່ມີແຜນນະໂຍບາຍແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນ ມີ UNCLOS.

        ຫວຽດນາມ ຮຽກຮ້ອງບັນດາປະເທດສະມາຊິກທັງໝົດເຄົາລົບບັນດາຂໍ້ກຳນົດຂອງສົນທິສັນຍາຢ່າງຄົບຖ້ວນ, ເຄົາລົບບັນດາວິວັດທະນາການທາງການທູດ ແລະ ນິຕິກຳ, ຊຸກຍູ້ການນຳໃຊ້ທະເລ ແລະ ມະຫາສະມຸດແບບຍືນຍົງ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ເຂດທະເລ.

        ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ເນັ້ນໜັກວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາເຄົາລົບ ແລະ ປະຕິບັດບັນດາຂໍ້ກຳນົດຂອງສົນທິສັນຍາຢ່າງຄົບຖ້ວນ,  ຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງສາກົນອະນຸລັກຮັກສາ ແລະ ພັດທະນາທະເລ ແລະ ມະຫາສະມຸດແບບຍືນຍົງ ເພື່ອອະນາຄົດລວມຂອງມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ