ຫວຽດນາມ ໃຫ້ຄຳໝັ້ນສັນຍາລົບລ້າງການຄ້າມະນຸດ

(VOVWORLD) - ຕອນເຊົ້າວັນທີ 30 ກໍລະກົດ, ຢູ່ແຂວງ ເງະອານ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ສົມທົບກັບກະຊວງຕຳຫລວດ ແລະ ຄະນະກຳມະການປະຊາຊົນແຂວງ ເງະອານ ຈັດຕັ້ງພິທີໂຮມຊຸມນຸມມິດຕິງຕອບສະໜອງວັນ “ວັນທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດ” ປີ 2020.
ຫວຽດນາມ ໃຫ້ຄຳໝັ້ນສັນຍາລົບລ້າງການຄ້າມະນຸດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ (ພາບ: TTXVN) 

  ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ ໄດ້ຢືນຢັນວ່າ: ລັດຖະບານໄດ້ຊີ້ນຳທຸກຂັ້ນ, ທຸກຂະແໜງການຍູ້ແຮງການປະຕິບັດບັນດາສົນທິສັນຍາສາກົນ ກໍ່ຄືຈັດຕັ້ງບັນດາການເຄື່ອນໄຫວເພື່ອສະກັດກັ້ນອາດຊະຍາກອນ, ໜູນຊ່ວຍ ແລະ ປົກປ້ອງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ ເນັ້ນໜັກວ່າ:

        “ເພື່ອເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ພວກເຮົາຕ້ອງສາມັກຄີກັນເປັນຈິດໜຶ່ງໃຈດຽວ ເພື່ອຍູ້ຖອຍໄພການຄ້າມະນຸດໃຫ້ໝົດໄປ. ຜ່ານພິທີໂຮມຊຸມນຸມມິດຕິງໃນມື້ນີ້ ຂ້າພະເຈົ້າຂໍສົ່ງສານທີ່ວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາລົບລ້າງການຄ້າມະນຸດ.

       ຕາມການສະຖິຕິແລ້ວ, ໃນ 6 ເດືອນຕົ້ນປີ 2020, ຫວຽດນາມ ໄດ້ກວດພົບ 60 ກໍລະນີການຄ້າມະນຸດ ດ້ວຍຜູ້ປະສົບເຄາະຮ້າຍ 90 ຄົນ ສ່ວນຫລາຍແມ່ນແມ່ຍິງ ແລະ ເດັກນ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ