ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນສິດ​​ສຳ​ຜັດ​ຄວາມ​ຍຸ​ຕິ​ທຳ​ຢ່າງສະ​ເໝີ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ

(VOVWORLD) - ຜູ້ຕາງໜ້າ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງໃນການປັບປຸງກອບນິຕິກຳ, ຮັບປະກັນໃຫ້ທຸກຄົນມີຄວາມສະເໝີພາບຕໍ່ກົດໝາຍ ແລະ ສອດຄ່ອງກັບມາດຖານສາກົນວ່າດ້ວຍສິດທິມະນຸດ.
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນສິດ​​ສຳ​ຜັດ​ຄວາມ​ຍຸ​ຕິ​ທຳ​ຢ່າງສະ​ເໝີ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ - ảnh 1ທ່ານນາງ ເລທິມິງທາວ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ  (ພາບ: TTXVN)

ວັນທີ 15 ມິຖຸນາ, ຢູ່ສຳນັກງານ ສປຊ ປະຈຳນະຄອນ ນິວຢອກ (ອາເມລິກາ), ສະມັດຊາໃຫຍ່ ສປຊ ໄດ້ຈັດວາລະປຶກສາຫາລືລະດັບສູງ ກ່ຽວກັບຫົວຂໍ້ “ສິດສຳຜັດຄວາມຍຸຕິທຳຢ່າງສະເໝີພາບ ໃຫ້ແກ່ປະຊາຊົນໝົດທຸກຄົນ”: ຊຸກຍູ້ການປະຕິຮູບເພື່ອສັງຄົມແຫ່ງສັນຕິພາບ, ມີສະເໝີພາບ ແລະ ກວມລວມ” ພາຍໃຕ້ການເປັນປະທານຂອງທ່ານ ດັ່ງຮ່ວາງຢາງ ຮອງປະທານສະມັດຊາໃຫຍ່ ສປຊ ຊຸດທີ 77, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິມິງທາວ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ການສຳຜັດກັບຄວາມຍຸຕິທຳຢ່າງສະເໝີພາບ ໄດ້ສວມບົດບາດສຳຄັນໃນການຮັບປະກັນຄວາມຍຸຕິທຳ, ຄວາມສະເໝີພາບ, ບັນລຸປະສິດທິຜົນ ແລະ ຮອບດ້ານ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍກວມລວມຂອງໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ, ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ. ຜູ້ຕາງໜ້າ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງໃນການປັບປຸງກອບນິຕິກຳ, ຮັບປະກັນໃຫ້ທຸກຄົນມີຄວາມສະເໝີພາບຕໍ່ກົດໝາຍ ແລະ ສອດຄ່ອງກັບມາດຖານສາກົນວ່າດ້ວຍສິດທິມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ