ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມມືສາກົນ, ປະຕິບັດຍຸດທະສາດຕ້ານການກໍ່ການຮ້າຍທົ່ວໂລກຂອງ ສປຊ

(VOVWORLD) - ຫວຽດນາມ ປາດຖະໜາຢາກສືບຕໍ່ປະກອບສ່ວນເຂົ້າໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງສາກົນກ່ວາອີກ ແລະ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.
ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມມືສາກົນ, ປະຕິບັດຍຸດທະສາດຕ້ານການກໍ່ການຮ້າຍທົ່ວໂລກຂອງ ສປຊ - ảnh 1ທີ່ການພົບປະເຈລະຈາ (ພາບ:TTXVN) 

ຕອນເຊົ້າວັນທີ 22 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ ນິວຢອກ ປະເທດ ອາເມລິກາ, ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມສຳນັກງານສະມັດຊາໃຫຍ່ສະຫະປະຊາຊາດ ແລະ ມີການພົບປະເຈລະຈາກັບທ່ານ Vladimir Voronkov ຮອງເລຂາທິການໃຫຍ່ສະຫະປະຊາຊາດຮັບຜິດຊອບການປ້ອງກັນ, ຕ້ານການກໍ່ການຮ້າຍ. ນະທີ່ນີ້, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີຄວາມມານະພະຍາຍາມລະດັບຊາດ, ການຮ່ວມມືສາກົນໃນການປະຕິບັດຍຸດທະສາດຕ້ານການກໍ່ການຮ້າຍທົ່ວໂລກຂອງສະຫະປະຊາຊາດ, ຜັນຂະຫຍາຍບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບການຕ້ານກໍ່ການຮ້າຍຢ່າງເຂັ້ມງວດ. ໃນປີ 2020, ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ແລະ ຈະພ້ອມກັບບັນດາປະເທດ ອາຊຽນ ສາມັກຄີຮ່ວມມືຢ່າງແໜ້ນແຟ້ນກັບສະຫະປະຊາຊາດໃນການປ້ອງກັນຕ້ານກໍ່ການຮ້າຍ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ປາດຖະໜາຢາກສືບຕໍ່ປະກອບສ່ວນເຂົ້າໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງສາກົນກ່ວາອີກ ແລະ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ