ຫວຽດນາມ ໃຫ້ອະນຸຍາດນຳໃຊ້ວັກຊິນ ໂຄວິດ-19 ຊະນິດທຳອິດ

(VOVWORLD) - ກະຊວງສາທາລະນະສຸກ ຍັງສືບຕໍ່ເຮັດວຽກກັບບັນດາຄູ່ຮ່ວມມື ເພື່ອສາມາດຮັບເອົາວັກຊິນກັນໂຄວິດ-19 ມາໃຫ້ ຫວຽດນາມ ຕື່ມອີກ. ຄາດວ່າ ໃນໄຕມາດ 1 , ປະຊາຊົນ ຫວຽດນາມ ຈະໄດ້ສັກວັກຊິນຂອງ Astra Zeneca.

  ຕອນເຊົ້າວັນທີ 30 ມັງກອນ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ສະພາປຶກສາອອກໃບຢັ້ງຢືນອະນຸຍາດໃຫ້ນຳໃຊ້ຢາ, ສັງກັດກະຊວງສາທາລະນະສຸກ ຫວຽດນາມ ໃຫ້ ອະນຸຍາດໃຫ້ວັກຊິນ ກັນໂຄວິດ-19 ຂອງ Astra Zeneca (ອັງກິດ) ໄດ້ຮັບການນຳໃຊ້ໃນກໍລະນີສຸກເສີນປ້ອງກັນ, ຕ້ານໂລກພະຍາດ. ນີ້ແມ່ນວັກຊິກກັນໂຄວິດ-19 ຊະນິດທຳອິດໄດ້ຮັບການອະນຸຍາດນຳໃຊ້ຢູ່ ຫວຽດນາມ. ຕາມທ່ານ ຫງວຽນແທງລອງ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, Astra Zeneca ໄດ້ໃຫ້ຄຳໝັ້ນສັນຍາສະໜອງໃຫ້ ຫວຽດນາມ ວັກຊິນກັນໂຄວິດ-19 ປະມານ 30 ລ້ານໂດສ ໃນປີ 2021, ພ້ອມກັນນັ້ນ ກະຊວງສາທາລະນະສຸກ ຍັງສືບຕໍ່ເຮັດວຽກກັບບັນດາຄູ່ຮ່ວມມື ເພື່ອສາມາດຮັບເອົາວັກຊິນກັນໂຄວິດ-19 ມາໃຫ້ ຫວຽດນາມ ຕື່ມອີກ. ຄາດວ່າ ໃນໄຕມາດ 1 , ປະຊາຊົນ ຫວຽດນາມ ຈະໄດ້ສັກວັກຊິນຂອງ Astra Zeneca.

ຕອບກັບ

ຂ່າວ/ບົດ​ອື່ນ