ຫວຽດນາມ ໄຊຊະນະປະມູນສົ່ງອອກເຂົ້າສານ 30.000 ໂຕນໄປຍັງຟີລິບປິນ

(VOVWORLD) -ໃນການເຂົ້າຮ່ວມການປະມູນສົ່ງອອກເຂົ້າສານໄປຍັງ ຟີລິບປິນ ໂດຍມີຜູ້ຕາງໜ້າບັນດາປະເທດຄື: ຫວຽດນາມ, ໄທ, ມຽນມາ ແລະ ອິນເດຍ. ໃນນັ້ນ, ຝ່າຍຫວຽດນາມ ມີບໍລິສັດ Vinafood 1 ເຂົ້າຮ່ວມການປະມູນ.
ຫວຽດນາມ ໄຊຊະນະປະມູນສົ່ງອອກເຂົ້າສານ 30.000 ໂຕນໄປຍັງຟີລິບປິນ - ảnh 1(ພາບປະກອບ: LDO)

ຕາມໝາກຜົນການຈັດອັນດັບຕາຕະລາງເຂົ້າຮ່ວມການປະມູນ ທີ່ໄດ້ລົງໃນເວັບໄຊຂອງ PITC ໃນວັນທີ 11 ມິຖຸນາ ແລ້ວ, ຫວຽດນາມ ໄດ້ຊະນະໃນການປະມູນສົ່ງອອກເຂົ້າສານ 30.000 ໂຕນໄປຍັງທ່າກ່ຳປັ່ນ Davao, ດ້ວຍມູນຄ່າແມ່ນ 497,30 USD/ໂຕນ.

        ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ຍອດປະລິມານ ແລະ ມູນຄ່າສົ່ງອອກໃນ 5 ເດືອນຕົ້ນປີ 2020 ໃນທົ່ວປະເທດບັນລຸເກືອບ 2,9 ລ້ານໂຕນ, ເພິ່ມຂຶ້ນ 5,1% ທາງດ້ານປະລິມານ ແລະ ເພີ່ມຂຶ້ນ 18,9% ທາງດ້ານມູນຄ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ລາຄາສົ່ງອອກເຂົ້າສານໄລຍະຜ່ານມາໄດ້ເພີ່ມຂຶ້ນ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຂໍ້ສັງເກດວ່າ, ດ້ວຍວົງເງິນສົ່ງອອກພວມເພີ່ມຂຶ້ນຢ່າງແຮງຄືໃນປະຈຸບັນ, ຫວຽດນາມ ມີກາລະໂອກາດຢ່າງໃຫຍ່ຫຼວງເພື່ອລື່ນກາຍໄທ ກ່ຽວກັບການສົ່ງອອກເຂົ້າສານໃນທົ່ວໂລກໃນປີ 2020 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ