ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມ​ຂອງ​ສັບ​ປະ​ດາ​ສຸດຍອດ APEC 2023

(VOVWORLD) - ກອງປະຊຸມສຸດຍອດ APEC ປີ 2023 ມີຄວາມໝາຍພິເສດ, ສ້າງຂີດໝາຍໄລຍະທາງ 25 ປີ ແຫ່ງການເຂົ້າຮ່ວມ APEC ຂອງ ຫວຽດນາມ.
ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມ​ຂອງ​ສັບ​ປະ​ດາ​ສຸດຍອດ APEC 2023 - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນນາມ ບຸ່ຍແທັງເຊີນ ເຂົ້າຮ່ວມກອງປະຊຸມ (ພາບ: ກະຊວງການຕ່າງປະເທດ)

“ຫວຽດນາມ ໄດ້ປະກອບສ່ວນສຳຄັນ ເຂົ້າໃນຜົນສຳເລັດລວມຂອງສັບປະດາສຸດຍອດ APEC 2023”. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນນາມ ບຸ່ຍແທັງເຊີນ ໄດ້ຢັ້ງຢືນສິ່ງດັ່ງກ່າວເມື່ອຕອບສຳພາດຕໍ່ວົງການນັກຂ່າວ ເນື່ອງໃນໂອກາດ ທ່ານປະທານປະເທດ ຫວໍວັນເຖືອງ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 30 ແລະ ບັນດາການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ.

        ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດ APEC ປີ 2023 ມີຄວາມໝາຍພິເສດ, ສ້າງຂີດໝາຍໄລຍະທາງ 25 ປີ ແຫ່ງການເຂົ້າຮ່ວມ APEC ຂອງ ຫວຽດນາມ. ການປະກອບສ່ວນອັນພົ້ນເດັ່ນຂອງ ຫວຽດນາມ ໃນກອງປະຊຸມ ແມ່ນບັນດາແນວຄວາມຄິດ ແລະ ຂໍ້ລິເລີ່ມຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແນໃສ່ຮັບມືກັບບັນດາບັນຫາຮີບດ່ວນຂອງເສດຖະກິດໂລກ, ພິເສດແມ່ນຄຳຮຽກຮ້ອງກ່ຽວກັບຈິນຕະນາການໃໝ່ກວມລວມ, ກົມກຽວ ແລະ ມີລັກສະນະວັດທະນະທຳມະນຸດ.  ທ່ານປະທານປະເທດ ກໍຍົກອອກບັນດາຂໍ້ສະເໜີລະອຽດກ່ຽວກັບພາລະກິດ ແລະ ໜ້າທີ່ຂອງ APEC ໃນໄລຍະໃໝ່. 

ຕອບກັບ

ຂ່າວ/ບົດ​ອື່ນ