ຫວຽດ​ນາມ ​ໄດ້ມີ​ຂໍ້​ລິ​ເລີ່ມ​ຫຼາຍ​ສິ່ງຫຼາຍຢ່າງທີ່​ເປັນ​ປະ​ໂຫຍດ ຕໍ່ ອາ​ຊຽນ

(VOVWORLD) -ການປະກອບສ່ວນພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີນີ້ແມ່ນ ຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມຫຼາຍຢ່າງ ແລະ ປະຕິບັດສຳເລັດບັນດາເປົ້າໝາຍ ແລະ ແຜນການທີ່ໄດ້ວາງອອກທັງໝົດ.
ຫວຽດ​ນາມ ​ໄດ້ມີ​ຂໍ້​ລິ​ເລີ່ມ​ຫຼາຍ​ສິ່ງຫຼາຍຢ່າງທີ່​ເປັນ​ປະ​ໂຫຍດ ຕໍ່ ອາ​ຊຽນ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດລາວ ທອງພັນ ສະຫວັນເພັດ 

“ຫວຽດນາມ ໄດ້ມີຂໍ້ລິເລີ່ມຫຼາຍສິ່ງຫຼາຍຢ່າງທີ່ເປັນປະໂຫຍດ ຕໍ່ ອາຊຽນ”. ນັ້ນແມ່ນການຕີລາຄາຂອງທ່ານຮອງລັດຖະມົນຕີການຕ່າງປະເທດລາວ ທອງພັນ ສະຫວັນເພັດ ເມື່ອໃຫ້ສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ກ່ອນດຳເນີນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37. ທ່ານຮອງລັດຖະມົນຕີການຕ່າງປະເທດລາວ ທອງພັນ ສະຫວັນເພັດ ຕີລາຄາສູງຕໍ່ລັກສະນະເປັນເຈົ້າການ ແລະ ຄວາມມີໄຫວພິບຂອງ ຫວຽດນາມ ເມື່ອວາງອອກຂໍ້ລິເລີ່ມ ແລະ ຈັດຕັ້ງສຳເລັດບັນດາການເຄື່ອນໄຫວຂອງ ອາຊຽນ ໃນປີທີ່ໄດ້ຮັບຖືວ່າ ມີສິ່ງທ້າທາຍຫຼາຍຢ່າງຈາກໂລກລະບາດໂຄວິດ - 19. ທ່ານກ່າວວ່າ:

   ຕາມທ່ານຮອງລັດຖະມົນຕີການຕ່າງປະເທດ ລາວ ທອງພັນ ສະຫວັນເພັດ ແລ້ວ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ຕໍ່ຕາມ, ແຕ່ການຮ່ວມມືຂອງ ອາຊຽນ ກັບບັນດາຄູ່ຮ່ວມມືນອກກຸ່ມ ຍັງສືບຕໍ່ໄດ້ດຳເນີນເປັນປົກກະຕິ ແລະ ບັນດາການເຄື່ອນໄຫວລະຫວ່າງບັນດາຝ່າຍ ຍັງຄົງສືບຕໍ່ໄດ້ຮັບການຮັກສາໄວ້. ທ່ານຍັງໃຫ້ຮູ້ຕື່ມອີກວ່າ ການປະກອບສ່ວນພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີນີ້ແມ່ນ ຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມຫຼາຍຢ່າງ ແລະ ປະຕິບັດສຳເລັດບັນດາເປົ້າໝາຍ ແລະ ແຜນການທີ່ໄດ້ວາງອອກທັງໝົດ. ສິ່ງດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງ ອາຊຽນ, ຊ່ວຍໃຫ້ ອາຊຽນ ນັບມື້ນັບມີຄວາມສາມັກຄີ ແລະ ສືບຕໍ່ຮັກສາໄດ້ບົດບາດເປັນໃຈກາງຂອງ ອາຊຽນ ໃນການຮ່ວມມືກັບບັນດາປະເທດພາຍນອກ.

ຕອບກັບ

ຂ່າວ/ບົດ​ອື່ນ