ຫວຽດນາມ ໄດ້ມີຄຳໝັ້ນສັນຍາ ແລະ ລົງນາມໃນສັນຍາຊື້ວັກຊິນກັນໂຄວິດ-19 ປະມານ 105 ລ້ານໂດສ

(VOVWORLD) -ໄລ່ຮອດວັນທີ 12 ກໍລະກົດ, ຫວຽດນາມ ໄດ້ຮັບວັກຊິນກວ່າ 8 ລ້ານໂດສ
ຫວຽດນາມ ໄດ້ມີຄຳໝັ້ນສັນຍາ ແລະ ລົງນາມໃນສັນຍາຊື້ວັກຊິນກັນໂຄວິດ-19 ປະມານ 105 ລ້ານໂດສ - ảnh 1ລັດຖະບານອາເມລິກາ ໜູນຊ່ວຍວັກຊິນ 2 ລ້ານໂດສໂດຍດ່ວນ ຜ່ານກົນໄກ COVAX
(ພາບ: vnexpress.net)

ຫວຽດນາມ ໄດ້ມີຄຳໝັ້ນສັນຍາ ແລະ ລົງນາມໃນສັນຍາຊື້ວັກຊິນປະມານ 105 ລ້ານໂດສ ແລະ ພວມເຈລະຈາຊື້ວັກຊິນກັນໂຄວິດ-19 ຈຳນວນ 55 ລ້ານໂດສ. ໄລ່ຮອດວັນທີ 12 ກໍລະກົດ, ຫວຽດນາມ ໄດ້ຮັບວັກຊິນກວ່າ 8 ລ້ານໂດສ; ໃນໄລຍະຈະມາເຖິງຈະສືບຕໍ່ໄດ້ຮັບວັກຊິນຈາກບັນດາແຫຼ່ງທີໄດ້ເຈລະຈາແລ້ວ ເຊິ່ງບັນດາປະເທດ ແລະ ບໍລິສັດຜະລິດໄດ້ເຫັນດີສົ່ງໃຫ້ຫວຽດນາມ ໂດຍໄວ ກໍຄືຈາກບັນດາແຫຼ່ງໜູນຊ່ວຍຂອງບັນດາຄູ່ຮ່ວມມື 2 ຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນ.

        ຕາມມະຕິເລກທີ 21 ຂອງລັດຖະບານປະກາດໃຊ້ໃນວັນທີ 26 ກຸມພາ 2021 ກ່ຽວກັບການຊື້ ແລະ ນຳໃຊ້ວັກຊິນກັນໂຄວິດ-19, ຫວຽດນາມ ໄດ້ວາງເປົ້າໝາຍຊື້ວັກຊິນ 150 ລ້ານໂດສ ເພື່ອສັກໃຫ້ພົນລະເມືອງ 70%.

        ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຂົນຂວາຍລັດຖະບານບັນດາປະເທດ ແລະ ບັນດາບໍລິສັດຜະລິດ ຂາຍວັກຊິນໃຫ້ແກ່ຫວຽດນາມ ແລະ ຍູ້ໄວການສົ່ງວັກຊິນໃຫ້ແກ່ຫວຽດນາມ. ບົນພື້ນຖານການຂົນຂວາຍ ແລະ ຕັ້ງໜ້າເຈລະຈາ, ໃນເວລາກວ່າ 1 ເດືອນຜ່ານມາ, ຈຳນວນວັກຊິນຂອງຫວຽດນາມ ທີ່ສຳຜັດໄດ້ເພີ່ມຂຶ້ນຫຼາຍພໍ່ສົມຄວນ.

-     COVAX ຈັດແບ່ງວັກຊິນ Pfizer - BioNtech ຢ່າງເປັນທາງການຕື່ມອີກ 1.065.870 ໂດສ ໃຫ້ຫວຽດນາມ ຕື່ມອີກ ໃນໄລຍະແຕ່ເດືອນ ກໍລະກົດ ຫາເດືອນ ສິງຫາ 2021; ຈັດສົ່ງບັນດານັກຊ່ຽວຊານມາຫວຽດນາມ ເພື່ອໜູນຊ່ວຍຄົ້ນຄວ້າ ແລະ ຜະລິດວັກຊິນ ຕອບສະໜອງຕາມມາດຕະຖານສາກົນ ແລະ ໄດ້ຮັບການຮັບຮອງຈາກໂລກ.

-     ລັດຖະບານອາເມລິກາ ໜູນຊ່ວຍວັກຊິນ Modernda 2 ລ້ານໂດສໂດຍດ່ວນ  ຜ່ານກົນໄກ COVAX; ນຳຫວຽດນາມ ເຂົ້າບັນຊີລາຍຊື່ບຸລິມະສິດຮັບການໜູນຊ່ວຍວັກຊິນ.

-     ຍີ່ປຸ່ນ ໜູນຊ່ວຍຫວຽດນາມ ວັກຊິນ Astra Zeneca ຈຳນວນ 2 ລ້ານໂດສ; ຊ່ວຍເຫຼືອວັກຊິນຕື່ມອີກ 1 ລ້ານໂດສ ໃນໄລຍະຈະມາເຖິງ.

-     ຈີນ ໃຫ້ຄຳໝັ້ນສັນຍາໜູນຊ່ວຍວັກຊິນ Vero Cell ຂອງ Sinopharm ຈຳນວນ 500.000 ໂດສ.

-     ອົດສະຕາລີ ໃຫ້ຄຳໝັ້ນສັນຍາອຸປະຖຳໃຫ້ແກ່ ຫວຽດນາມ ຈຳນວນເງິນ 13,5 ລ້ານ AUD ເພື່ອຊື້ວັກຊິນ ແລະ ມອບວັກຊິນ Astra Zeneca ຕື່ມອີກຈຳນວນ 1,5 ລ້ານໂດສ ນັບແຕ່ນີ້ຮອດທ້າຍປີ 2021

-     ລັດເຊຍ ມອບວັກຊິນ Sputnik-V ຈຳນວນ 1.000 ໂດສ ເປັນຂອງຂວັນໃຫ້ຫວຽດນາມ …

ຕອບກັບ

ຂ່າວ/ບົດ​ອື່ນ