ຫວຽດນາມ ໄດ້ຢຶນອັນດັບ 3 ABU Robocon 2023

(VOVWORLD) - ໝາກຜົນສຸດທ້າຍແມ່ນ, ທິມມາຈາກ ຍີ່ປຸ່ນ ຍາດໄດ້ລາງວັນທີ 1 ຂອງການແຂ່ງຂັນ Robocon ປີ 2023, ຖັດມາແມ່ນທິມມາຈາກ ຮົ່ງກົງ (ປະເທດຈີນ)
ຫວຽດນາມ ໄດ້ຢຶນອັນດັບ 3 ABU Robocon 2023 - ảnh 1ABU Robocon ວຍການເຂົ້າຮ່ວມຂອງ 14 ທິມທີ່ມາຈາກບັນດາມະຫາວິທະຍາໄລ ເປັນຕົວແທນໃຫ້ 13 ປະເທດ ແລະ ເຂດແຄ້ວນ
(ພາບ: qdnd.vn)

ການແຂ່ງຂັນ Robocon ອາຊີ - ປາຊີຟິກ (ABU Robocon) ໄດ້ຈັດຂຶ້ນໃນວັນທີ 27 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ດ້ວຍການເຂົ້າຮ່ວມຂອງ 14 ທິມທີ່ມາຈາກບັນດາມະຫາວິທະຍາໄລ ເປັນຕົວແທນໃຫ້ 13 ປະເທດ ແລະ ເຂດແຄ້ວນ.

        ມີ 2 ພາກຂອງການແຂ່ງຂັນ ທີ່ມີຊື່ວ່າ “ໂຣຍດອກໄມ້ ຢູ່ວັດ ອັງກໍ” ແລະ “ໂຍນບ້ວງ”. Robocon ຕ້ອງປະຕິບັດໜ້າທີ່ພາຍໃນເວລາທີ່ຈຳກັດ. ໝາກຜົນສຸດທ້າຍແມ່ນ, ທິມມາຈາກ ຍີ່ປຸ່ນ ຍາດໄດ້ລາງວັນທີ 1 ຂອງການແຂ່ງຂັນ Robocon ປີ 2023, ຖັດມາແມ່ນທິມມາຈາກ ຮົ່ງກົງ (ປະເທດຈີນ), ໃນຂະນະນັ້ນ, ທິມມາຈາກຈີນ ແຜ່ນດິນໃຫຍ່ ແລະ ຫວຽດນາມ ພ້ອມກັນຢຶນອັນດັບທີ 3.

          ທີ່ເຫດການນີ້, ກຳປູເຈຍ ໄດ້ມອບທຸງ ABU Robocon ໃຫ້ແກ່ ຫວຽດນາມ, ເຊິ່ງຈະເປັນປະເທດເຈົ້າພາບຈັດຕັ້ງເຫດການນີ້ໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ