ຫວຽດນາມ ໄດ້ຮັບການຕີລາຄາມີແງ່ຫວັງເສດຖະກິດທີ່ປະເອີບໃຈຢູ່ພາກພື້ນ

(VOVWORLD) -AMRO ກ່າວເຕືອນບັນດາປະເທດສືບຕໍ່ປະຕິບັດການຮັດແໜ້ນນະໂຍບາຍເງິນຕາເພື່ອຄວບຄຸ້ມໄຟເງິນເຟີ້ ແລະ ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ…
ຫວຽດນາມ ໄດ້ຮັບການຕີລາຄາມີແງ່ຫວັງເສດຖະກິດທີ່ປະເອີບໃຈຢູ່ພາກພື້ນ - ảnh 1(ພາບປະກອບ)

ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກ ອາຊຽນ + 3 (AMRO) ຫາກໍ່ຍົກອອກການຄາດຄະເນໂດຍໃຫ້ຮູ້ວ່າ ປີ 2023 ເສດຖະກິດຂອງ ຫວຽດນາມ ຈະເຕີບໂຕດີທີ່ສຸດຢູ່ພາກພື້ນ ອາຊຽນ.

ຕາມ(AMRO) ແລ້ວ, ປີ 2023, ອາຊຽນ + 3 (ລວມມີ ອາຊຽນ ແລະ 3 ປະເທດ ຈີນ, ຍິ່ປຸ່ນ, ສ.ເກົາຫຼີ) ສືບຕໍ່ປະເຊີນໜ້າກັບຄວາມສ່ຽງດ້ານພູມສາດການເມືອງ ແລະ ຄວາມກົດດັນຈາກເງິນເຟີ້ ເຮັດໃຫ້ບັນດາລະບົບສະໜອງທົ່ວໂລກຖືກຂາດວັກຂາດຕອນ. ເຖິງຢ່າງໃດກໍ່ຕາມ, ການຟື້ນຟູຂອງ ຈີນ ອາດຈະສ້າງກຳລັງໜູນຊຸກຍູ້ການເຕີບໂຕລວມໃນທົ່ວພາກພື້ນ. AMRO ຄາດຄະເນວ່າ ຫວຽດນາມ ມີລະດັບເຕີບໂຕດີທີ່ສຸດຢູ່ພາກພື້ນ ອາຊຽນ ດ້ວຍລະດັບເຕີບໂຕແມ່ນ 6,2%. AMRO ກ່າວເຕືອນບັນດາປະເທດສືບຕໍ່ປະຕິບັດການຮັດແໜ້ນນະໂຍບາຍເງິນຕາເພື່ອຄວບຄຸ້ມໄຟເງິນເຟີ້ ແລະ ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ…

ໃນຂະນະນັ້ນ, ເມື່ອຕີລາຄາກ່ຽວກັບແງ່ຫວັງເສດຖະກິດຂອງ ຫວຽດນາມ, ທ່ານ ຫງວຽນຫາຍມິງ, ຮອງປະທານສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ:

      “ໃນບັນດາການສຳຫຼວດຫວ່າງມໍ່ໆມານີ້ຂອງ EuroCham ກ່ຽວກັບດັດຊະນີສະພາບແວດລ້ອມດຳເນີນທຸລະກິດ, ຍາມໃດ ຫວຽດນາມ ກໍ່ໄດ້ຮັບເລືອກເປັນສະຖານທີ່ແຖວໜ້າໃຫ້ແກ່ການລົງທຶນຂອງບັນດາວິສາຫະກິດ ເອີລົບ ແກ່ງແຍ້ງກັບບັນດາປະເທດອື່ນຢູ່ພາກພື້ນ, ຍ້ອນ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຈາກທີ່ຕັ້ງດ້ານພູມຊາດ, ການເປີດຂອງສັນຍາການຄ້າເສລີ, ຫຼື ການເຂົ້າຮ່ວມລະບົບສະໜອງຢ່າງເລິກຂອງ ຫວຽດນາມ, ກ່ຽວກັບແຫຼ່ງຊັບພະຍາກອນມະນຸດ ແລະ ພິເສດແມ່ນຍຸດທະສາພັດທະນາແບບຍືນຍົງ ແລະ ການເຕີບໂຕສີຂຽວ”.

ຕອບກັບ

ຂ່າວ/ບົດ​ອື່ນ