ຫວຽດນາມ ໄດ້ຮັບການສະເໜີໃນຫຼາຍປະເພດຂອງລາງວັນທ່ອງທ່ຽວໂລກ 2024

(VOVWORLD) - ສະຖານທີ່ຫຼາຍແຫ່ງຂອງ ຫວຽດນາມ ໄດ້ຮັບການສະເໜີເຂົ້າຊິງໃນຫຼາຍປະເພດທີ່ແຕກຕ່າງກັນ
   ລາງວັນທ່ອງທ່ຽວໂລກ (World Travel Awards) ຄັ້ງທີ 31 ພາກພື້ນ ອາຊີ ແລະ ທະວີບໂອເຊອານີ ພວມເປີດໃຫ້ຄັດເລືອກໃນເວັບໄຊ: www.worldtravelawards.com, ເຊິ່ງເລີ່ມແຕ່ປະຈຸບັນຮອດວັນທີ 23 ກໍລະກົດ 2024.

        ວັນທີ 11 ພຶດສະພາ, ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ, ລາງວັນປີນີ້, ຂັ້ນລະດັບຊາດ, ຫວຽດນາມ ໄດ້ຮັບການສະເໜີເຂົ້າຊິງໃນຫຼາຍປະເພດສຳຄັນ. ໃນນັ້ນມີບັນດາປະເພດ, ຄື: ສະຖານທີ່ທ່ອງທ່ຽວທະເລແຖວໜ້າຢູ່ ອາຊີ; ຈຸດນັດພົບວັດທະນະທຳແຖວໜ້າຢູ່ ອາຊີ; ຈຸດນັດພົບມໍລະດົກແຖວໜ້າຢູ່ ອາຊີ; ຈຸດນັດພົບແຖວໜ້າ ອາຊີ ສະຫງວນໃຫ້ໄວໜຸ່ມ... ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ຮັບການສະເໜີປະເພດອົງການຄຸ້ມຄອງການທ່ອງທ່ຽວແຖວໜ້າຢູ່ ອາຊີ.

        ສະຖານທີ່ຫຼາຍແຫ່ງຂອງ ຫວຽດນາມ ໄດ້ຮັບການສະເໜີເຂົ້າຊິງໃນຫຼາຍປະເພດທີ່ແຕກຕ່າງກັນ, ຄື:

        ນະຄອນ ໂຮ່ຈີມິນ ໄດ້ຮັບການສະເໜີວ່າແມ່ນສະຖານທີ່ທ່ອງທ່ຽວສົມທົບກັບການປະຕິບັດງານແຖວໜ້າ ອາຊີ.

        ຮ່າໂນ້ຍ ໄດ້ຮັບການສະເໜີວ່າແມ່ນສະຖານທີ່ພັກຜ່ອນໄລຍະສັ້ນຢູ່ນະຄອນແຖວໜ້າ ອາຊີ ແລະ ຈຸດນັດພົບນະຄອນແຖວໜ້າຢູ່ ອາຊີ.

        ໂຮ້ຍອານ ແລະ ເຫ້ວ ໄດ້ຮັບການສະເໜີວ່າແມ່ນຈຸດນັດພົບນະຄອນວັດທະນະທຳແຖວໜ້າຢູ່ ອາຊີ.

        ແຂວງ ຮ່າຢາງ ແລະ ແຂວງ ຮ່ານາມ ໄດ້ຮັບການສະເໜີວ່າແມ່ນ ຈຸດນັດພົບທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນແຖວໜ້າຢູ່ ອາຊີ.

        ດ່ານັ້ງ ແລະ ນະຄອນ ໂຮ່ຈີມິນ ໄດ້ຮັບການສະເໜີວ່າແມ່ນ ຈຸດນັດພົບຂອງງານບຸນ ແລະ ເຫດການແຖວໜ້າຢູ່ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ