ຫວຽດນາມ ໄດ້ຮັບການເລືອກຕັ້ງ ເປັນສະມາຊິກ ສະພາສິດທິມະນຸດ ສະຫະປະຊາຊາດ

ຫວຽດນາມ ໄດ້ຮັບການເລືອກຕັ້ງ ເປັນສະມາຊິກ ສະພາສິດທິມະນຸດ ສະຫະປະຊາຊາດ - ảnh 1
(ພາບປະກອບ)

(vovworld) - ​ວັນ​ທີ 12/11, ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ​ຄັ້ງ​ທີ 68 ​ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ 14 ປະ​ເທດ​ສະມາຊິກ​ໃໝ່​ຂອງ​ສະພາ​ສິດທິ​ມະນຸດ​ອາຍຸ​ການ 2014 – 2016. ດ້ວຍ 184 ບັດ​ເຫັນ​ດີ​ໃນ​ຈຳນວນ 193 ບັດ, ຫວຽດນາມ ​​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດ້ວຍ​ຈຳນວນສະໜັບສະໜູນ​ສູງ​ກວ່າ​ໝູ່​ໃນ​ຈຳນວນ 14 ປະ​ເທດ ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຫວຽດນາມ ໄດ້​​ເຂົ້າເປັນ​ສະມາຊິກ​ຂອງສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ. ນີ້​ກໍ່​ແມ່ນ​ຄວາມ​ຮັບ​ຮູ້​ຂອງ​ວົງ​ຄະນະ​ຍາດ​ສາກົນ​ທີ່​ມີ​ຕໍ່​ບັນດາ​ຜົນງານ​ຂອງຫວຽດນາມ ​ໃນ​ການ​ຮັບປະກັນ​ບັນດາ​ສິດ​ຂອງ​ພົນລະ​ເມືອງ​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ສັງຄົມ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ສາສະໜາ, ການ​ເຫຼື້ອມ​ໄສນັບ​ມື້​ນັບ​ດີກ​ວ່າ​. ​ເລື່ອງ​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກດ້ວຍ​ຈຳນວນ​ບັດ​ສະໜັບສະ​ໜູນ​ສູງນັ້ນກໍ່​ສະ​ແດງ​ໃຫ້​ເຫັນທີ່​ຕັ້ງ ​ແລະ ອິດທິຜົນ​ຊື່​ສຽງ​ທີ່​ນັບ​ມື້​ນັບ​ສູງ​ຂອງ​ປະ​ເທດຊາ​ດບົນ​ເວທີ​ສາກົນ. ​ໃນ​ອາຍຸ​ການ 3 ປີ​ທີ່​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ, ຫວຽດນາມ ຈະ​ມີ​ໂອກາດ​ປະກອບ​ສ່ວນ​ໂດຍ​ກົງ​ເຂົ້າ​ໃນ​ການກໍ່ສ້າງ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ບັນດາ​ຄຸນ​ຄ່າສິດ​ຂອງ​ມະນຸດ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ກໍ່​ຄື​ມີ​ເງື່ອນ​ໄຂ​ແບ່ງປັນ ​ແລະ ຮໍ່າຮຽນ​ເອົາ​ບົດຮຽນທີ່​ດີ​ຈາກ​ເພື່ອນ​ມິດສາ​ກົນ ​ແນ​ໃສ່​ຮັບປະກັນສິດ​ຂອງ​ພົນລະ​ເມືອງ ຫວຽດນາມ ​ແຕ່ລະຄົນ​ ​ໃຫ້​ນັບ​ມື້​ນັບ​ດີກ​ວ່າ​​ເກົ່າ.

ພາຍຫຼັງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ, ຫວຽດນາມ ​ໄດ້​ຮັບ​ຄຳ​ອວຍພອນ​ຈາກ​ບັນດາ​ປະ​ເທດ​ເພື່ອນ​ມິດສາ​ກົນ. ທ່ານ​ຫົວໜ້າ​ຄະນະ​ຜູ້​ຕາງ​ໜ້າ​ປາ​ກິດສຖານ ປະຈຳ​ສະຫະ​ປະຊາ​ຊາດ Masood Khan ຖື​ວ່າ.

        “ນີ້​ແມ່ນ​ຜົນງານ​ທີ່​ຜົ້ນ​ເດັ່ນ ​ແລະ ຂ້າພະ​ເຈົ້າ​ຂໍ​ອວຍພອນ​ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ກໍ່​ຄື​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ. ໝາກຜົນ​ການ​ເລືອກ​ຕັ້ງ ​​ສະ​ແດງ​​ໃຫ້​ເຫັນ​ອິດ​ທິພົນ​ຊື່​ສຽງ ​ແລະ ກຳລັງ​ແຮງ​ຂອງ​ຫວຽດນາມ ​ໃນ​ບົດບາດ​ເປັນ​ປະ​ເທດ​ທີ່​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ວິວັດ​ການ​ຊຸກຍູ້ ​ແລະ ປົກ​ປັກ​ຮັກສາ​ສິດທິ​ມະນຸດ​ຢູ່​ໃນ​ໂລກ”.

        ທ່ານ Santos Sergio, ຄະນະ​ຜູ້​ແທນ​ບຣາຊິວ ປະຈຳ​ສະຫະ​ປະຊາ​ຊາດ, ​​ໄດ້ແບ່ງປັນວ່າ ​ເລື່ອງ​ຫວຽດນາມ ​​ໄດ້​ຮັບ​ຈຳນວນ​ບັດສະໜັບສະໜູນ​ສູງ​ກວ່າ​ໝູ່​​ໃນ​ບັນດາ​ປະ​ເທດ​ຮັບ​ສະໝັກ​ເລືອ​ກຕັ້ງ​ໄດ້​ສະ​ແດງໃຫ້​ເຫັນ​ການ​ສະໜັບໜູນ​ ​ຢ່າງ​ກວ້າງຂວາງຂອງ​ປະຊາ​ຄົມ​ສາກົນທີ່​ມີ​ຕໍ່​ຫວຽດນາມ.

        ສ່ວນ​ທ່ານ Filippe Savadogo, ​ເອກ​ອັກຄະ​ລັດຖະທູດ - ຜູ້ຕາງ​ໜ້າ​ອົງການ​ຈັດ​ຕັ້ງ​ບັນດາ​ປະ​ເທດ​ທີ່​ໃຊ້​ພາສາ​ຝລັ່ງ ປະຈຳ​ສະຫະ​ປະຊາ​ຊາດ ​ໃຫ້​ຮູ້​ວ່າ.

        “ຂ້າພະ​ເຈົ້າ​​ພຶງ​ພໍ​ໃຈ​ທີ່​ສຸດ​ຕໍ່​ເລື່ອງຫວຽດນາມ ໄດ້​ຮັບ​​ເລືອກ​ຕັ້ງເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ ຍ້ອນ​ວ່າ, ກຳລັງ​​ແຮ​ງ​ຂອງ​ປະຊາຄົມ​ໃຊ້​ພາສາ​ຝລັ່ງ ​ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ. ຂ້າພະ​ເຂົ້າ​ໄດ​້​ເປັນ​ສັກຂີ​ພິຍານ​ບັນດາ​ຄວາ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ເພື່​ອ​ແນ​ໃສ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ກຸ່ມ​ໃຊ້​ພາສາ​ຝລັ່ງ ​ໃນ​ນັ້ນ​ມີ​ຂົງ​ເຂດ​ສິດທິ​ມະ​ນຸດ”.

        ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈຸ​ງ, ຫົວ​ໜ້າ​ຄະນະ​ຫວຽດນາມ ປະຈຳສະຫະ​ປະຊາ​ຊາດ ​ໃຫ້​ຮູ້​ວ່າ, ປະຊາ​ຄົມ​ໂລກ​ພວມ​ຕັ້ງ​ຄວາມ​ຫວັງ​ຕໍ່​ຫວຽດນາມ ​ແລະ ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ ຈະ​ມີ​ບັນດາ​ການ​ປະກອບສ່ວນ​ອັນ​ແທດ​ຈິງ, ລະອຽດ ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ​ຢູ່​ສະພາ​ສິດທິ​ມະນຸດສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ