ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນປະທານສະມັດຊາໃຫຍ່ WIPO

(VOVWORLD) - ວັນທີ 2 ຕຸລາ, ສະມັດຊາໃຫຍ່ອົງການຊັບສິນທາງປັນຍາໂລກ (WIPO) ໄດ້ໄຂກອງປະຊຸມຄັ້ງທີ 49 ຢູ່ ເຊີແນວ, ປະເທດ ສະວິດ ດ້ວຍການເຂົ້າຮ່ວມຂອງ 191 ປະເທດສະມາຊິກ WIPO. 

ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນປະທານສະມັດຊາໃຫຍ່ WIPO - ảnh 1

ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ

ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ WIPO ຄັ້ງນີ້ ໂດຍທ່ານ ຟ້າມກົງຕາກ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ນຳໜ້າ. ຕອນເຊົ້າວັນທີ 2 ຕຸລາ 2017, ທີ່ວາລະປະຊຸມຄັ້ງທຳອິດຂອງ ກອງປະຊຸມສະມັດຊາໃຫຍ່ WIPO ຄັ້ງທີ 49, ຜູ້ຕາງໜ້າຂອງ 191 ປະເທດສະມາຊິກໄດ້ເຫັນດີເປັນເອກະພາບເລືອກຕັ້ງທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (UN), ອົງການການຄ້າໂລກ (WTO) ແລະ ບັນດາອົງການສາກົນອື່ນໆຢູ່ ເຊີແນວ (ປະເທດສະວິດ) ໃຫ້ດຳລົງຕຳແໜ່ງເປັນປະທານສະມັດຊາໃຫຍ່ WIPO ອາຍຸການ 2018 – 2019.

ຕອບກັບ

ຂ່າວ/ບົດ​ອື່ນ