ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນຮອງປະທານສະຫະພັນລັດຖະສະພາ ຝລັ່ງໂກໂຟນີ

(VOVWORLD) -ທ່ານນາງ ຫງວຽນຖຸ໊ຍແອັງ ປະທານອະນຸກໍາມະການ ຫວຽດນາມ ໃນ APF ໄດ້ຮັບການເລືອກຕັ້ງເປັນຮອງປະທານ APF.

        ໃນລະຫວ່າງວັນທີ 4 – 9 ກໍລະກົດ, ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງ ຫງວຽນຖຸ໊ຍແອັງ ຫົວໜ້າກໍາມາທິການກ່ຽວກັບບັນດາບັນຫາສັງຄົມ ຂອງສະພາແຫ່ງຊາດ, ປະທານຄະນະກໍາມະການ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ສະຫະພັນລັດຖະສະພາ ຝລັ່ງໂກໂຟນີ (APF) ຄັ້ງທີ 45 ແລະ ບັນດາເຫດການກ່ຽວຂ້ອງຢູ່ Abidjan, ກົດດີວົວ.

ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນຮອງປະທານສະຫະພັນລັດຖະສະພາ ຝລັ່ງໂກໂຟນີ - ảnh 1ທ່ານນາງ ຫງວຽນຖຸ໊ຍແອັງ ປະທານອະນຸກໍາມະການ ຫວຽດນາມ ໃນ APF ໄດ້ຮັບການເລືອກຕັ້ງເປັນຮອງປະທານ APF (ພາບ: TTXVN)

        ບັນດາກອງປະຊຸມຄົບຄະນະ ໄດ້ສຸມໃສ່ບັນດາເນື້ອໃນຊັກຖາມເລຂາທິການໃຫຍ່ຝລັ່ງ ໂກໂຟນີ ກ່ຽວກັບບັນດາຍຸດທະສາດ ແລະ ການເຄື່ອນໄຫວຂອງອົງການຝລັ່ງໂກໂຟນີ ສາກົນ (OIF) ໃນການປະຕິບັດເປົ້າໝາຍກ່ຽວກັບການສ້າງວັດທະນະທໍາ - ພາສາ; ການສຶກສາ, ບໍາລຸງສ້າງ, ການສິດສອນຢູ່ມະຫາວິທະຍາໄລ ແລະຄົ້ນຄວ້າວິທະຍາສາດເປັນຫຼາຍຮູບຫຼາຍແບບ; ພັດທະນາພາສາ ຝລັ່ງ; ຮັກສາພື້ນຖານສັນຕິພາບ, ປະຊາທິປະໄຕ ແລະ ສິດທິມະນຸດ; ຄວາມສະເໝີພາບລະຫວ່າງຍິງ-ຊາຍ; ພັດທະນາການຮ່ວມມື ມຸ່ງໄປສູ່ການພັດທະນາ.

        ກອງປະຊຸມສະມັດຊາໃຫຍ່ ໄດ້ເລືອກຕັ້ງຄະນະບໍລິຫານງານ ແລະ ບັນດາຕໍາແໜ່ງຫຼັກແຫຼ່ງຂອງ APF ອາຍຸການ 2019 – 2021. ທ່ານປະທານສະພາແຫ່ງຊາດ ກົດດີວົວ Amadou Soumahoro ໄດ້ຮັບການເລືອກຕັ້ງເປັນປະທານສະຫະພັນລັດຖະສະພາ ຝລັ່ງໂກໂຟນີ ແລະ ທ່ານນາງ ຫງວຽນຖຸ໊ຍແອັງ ປະທານອະນຸກໍາມະການ ຫວຽດນາມ ໃນ APF ໄດ້ຮັບການເລືອກຕັ້ງເປັນຮອງປະທານ APF.

ຕອບກັບ

ຂ່າວ/ບົດ​ອື່ນ