ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈໃນການເຄື່ອນໄຫວຫຼຸດຜ່ອນຄວາມສ່ຽງຈາກລູກລະເບີດ

(VOVWORLD) - ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຢືນຢັນວ່າ, ຈະມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລວມຂອງສະພາ GICHD ແລະ ຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນ
ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈໃນການເຄື່ອນໄຫວຫຼຸດຜ່ອນຄວາມສ່ຽງຈາກລູກລະເບີດ - ảnh 1ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ
(ພາບ: TTXVN)

        ວັນທີ 27 ມິຖຸນາ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ, ປະເທດ ສະວິດ, ມາຍຟານຢຸງ ໄດ້ເຂົ້າຮ່ວມກອງປະຊຸມສາມັນຄັ້ງທີ 53 ຂອງສະພາບໍລິຫານສູນການກະທຳມ້າງທຳລາຍລູກລະເບີດມະນຸດສະທຳ (GICHD). ທີ່ກອງປະຊຸມ, ສະພາໄດ້ເຫັນດີເລືອກຕັ້ງທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນຢູ່ ເຊີແນວ, ເປັນສະມາຊິກຂອງສະພາ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຢືນຢັນວ່າ, ຈະມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລວມຂອງສະພາ GICHD ແລະ ຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນລະຫວ່າງ GICHD ແລະ ບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ພິເສດແມ່ນສຳລັບບັນດາໂຄງການພວມຜັນຂະຫຍາຍ. ພ້ອມທັງ, ຊອກຫາ ໂອກາດຮ່ວມມືໃນຂົງເຂດແກ້ໄຂ, ມ້າງທຳລາຍລະເບີດບໍ່ທັນແຕກຫລັງສົງຄາມຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ