ຫວຽດນາມ ໄດ້ຮັບລາງວັນທ່ອງທ່ຽວອາຊຽນ 2024 ຫຼາຍລາງວັນ

(VOVWORLD) -ໃນຂອບເຂດຂອງເວທີປາໄສການທ່ອງທ່ຽວອາຊຽນ 2024 (ATF 2024) ທີ່ປະເທດລາວ, ຕອນຄ່ຳວັນທີ 26 ມັງກອນນີ້, ຢູ່ນະຄອນຫຼວງວຽງຈັນ, ພິທີມອບລາງວັນການທ່ອງທ່ຽວອາຊຽນ 2024 ໄດ້ດຳເນີນໄປຢ່າງເປັນທາງການ
ຫວຽດນາມ ໄດ້ຮັບລາງວັນທ່ອງທ່ຽວອາຊຽນ 2024 ຫຼາຍລາງວັນ - ảnh 1

ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫງວຽນວັນຮຸ່ງ ມອບລາງວັນໃຫ້ຜູ້ຕາງໜ້າຫົວໜ່ວຍໜຶ່ງຂອງຫວຽດນາມທີ່ໄດ້ຮັບລາງວັນທ່ອງທ່ຽວອາຊຽນ

    ເຫດການປະຈຳປີ ແມ່ນເພື່ອເຊີດຊູບັນດາທ້ອງຖິ່ນ ແລະ ຫົວໜ່ວຍມີຜະລິດຕະພັນ ແລະ ການບໍລິການດ້ານການທ່ອງທ່ຽວຄຸນນະພາບສູງ, ປະກອບສ່ວນພັດທະນາບັນດາສະຖານທີ່ທ່ອງທ່ຽວໃນພາກພື້ນ ອາຊຽນ ແບບຍືນຍົງ. ການມອບລາງວັນດັ່ງກ່າວແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດທ່ອງທ່ຽວ ແລະ ບັນດາອົງການທ່ອງທ່ຽວທ້ອງຖິ່ນແນະນຳການເຄື່ອນໄຫວດຳເນີນທຸລະກິດຢ່າງມີປະສິດທິຜົນ, ປະກອບສ່ວນໂຄສະນາເຄື່ອງໝາຍການທ່ອງທ່ຽວແຫ່ງຊາດ.

     ທີ່ພິທີມອບລາງວັນປີນີ້, ຫວຽດນາມ ມີ 25 ຫົວໜ່ວຍໄດ້ຮັບລາງວັນໃນ 6 ປະເພດຄື: ລາງວັນໂຮງແຮມສີຂຽວອາຊຽນ; ລາງວັນ ເມືອງທ່ອງທ່ຽວສະອາດອາຊຽນ; ລາງວັນ MICE ອາຊຽນ ສໍາລັບສະຖານທີ່ໂຮມປະຊຸມ; ຫົວຂໍ້ ການທ່ອງທ່ຽວດ້ານອາຫານການກິນ…

     ATF 2024 ຖືກຈັດຂຶ້ນແຕ່ວັນທີ 22-27 ມັງກອນນີ້ຢູ່ນະຄອນຫຼວງວຽງຈັນ ດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ - ເພື່ອອະນາຄົດຂອງອາຊຽນແບບຍືນຍົງ”. ໃນຂອບເຂດ ATF 2024, ໄດ້ດຳເນີນບັນດາການເຄື່ອນໄຫວສຳຄັນຄື: ກອງປະຊຸມອົງການທ່ອງທ່ຽວແຫ່ງຊາດອາຊຽນຄັ້ງທີ 59; ງານຕະຫຼາດນັດ ການທ່ອງທ່ຽວສາກົນ TRAVEX 2024; ກອງປະຊຸມອົງການທ່ອງທ່ຽວແຫ່ງຊາດອາຊຽນ+3 ຄັ້ງທີ 44; ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27; ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ-ອິນເດຍ ຄັ້ງທີ 11; ກອງປະຊຸມລັດຖະມົນຕີການທ່ອງທ່ຽວ ອາຊຽນ+3 ຄັ້ງທີ 23; ກອງປະຊຸມລັດຖະມົນຕີການທ່ອງທ່ຽວ ອາຊຽນ - ລັດເຊຍ ຄັ້ງທີ 3; ພິທີມອບລາງວັນການທ່ອງທ່ຽວອາຊຽນ..., ພ້ອມກັບການເຄື່ອນໄຫວອື່ນໆອີກຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ