ຫວຽດນາມ ໄດ້ຮັບຫຼຽນຄໍາ 02 ຫຼຽນ ໃນການສອບເສັງ Olympic IT ສາກົນ

(VOVWORLD) - ທິມຊາດຫວຽດນາມ ເຂົ້າຮ່ວມ ການສອບເສັງ Olympic IT ສາກົນ ຄັ້ງທີ 31 ໄດ້ຮັບຫຼຽນຄໍາ 02 ຫຼຽນ, ຫຼຽນເງິນ 01 ຫຼຽນ ແລະ ຫຼຽນທອງ 01 ຫຼຽນ.
ຫວຽດນາມ ໄດ້ຮັບຫຼຽນຄໍາ 02 ຫຼຽນ ໃນການສອບເສັງ Olympic IT ສາກົນ - ảnh 1ນັກຮຽນ 04 ຄົນຂອງ ທິມຊາດຫວຽດນາມ (ພາບ: ກະຊວງສຶກສາ-ບໍາລຸງສ້າງຫວຽດນາມ)

ການສອບເສັງ Olympic IT ສາກົນ ປີ 2019 ຖືກຈັດຂຶ້ນຢູ່ ອາແຊກໄບຢານ ໂດຍມີນັກຮຽນ 327 ຄົນ ທີ່ມາຈາກ 87 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ທິມຊາດຫວຽດນາມ ລວມມີນັກຮຽນ 04 ຄົນ ແລະ ນັກຮຽນລວມທັງໝົດ 04 ຄົນ ລ້ວນແຕ່ຍາດໄດ້ຫຼຽນຄໍາ. ດ້ວຍອັດຕາສ່ວນຍາດໄດ້ຫຼຽນແມ່ນ 100%, ທິມຊາດຫວຽດນາມ ຢືນອັນດັບທີ 04 ພ້ອມກັບ  ສ.ເກົາຫຼີ ໂດຍຖັດມາຈາກ ລັດເຊຍ, ຈີນ ແລະ ອາເມລິກາ. ໝາກຜົນດັ່ງກ່າວ ສືບຕໍ່ຢັ້ງຢືນໃຫ້ເຫັນວ່າ ທີ່ຕັ້ງຂອງນັກຮຽນສາມັນຫວຽດນາມ ໃນເວທີແຂ່ງຂັນພູມປັນຍາສາກົນ ແລະ ຢັ້ງຢືນໃຫ້ເຫັນຄວາມມານະພະຍາຍາມຂອງໂຮງຮຽນແຫ່ງຕ່າງໆ, ນັກຮຽນ, ຄູອາຈານ ທີ່ໄດ້ເຂົ້າຮ່ວມວຽກງານເລືອກເຟັ້ນ, ບໍາລຸງສ້າງນັກຮຽນເກັ່ງໃນໄລຍະຜ່ານມາ.


ຕອບກັບ

ຂ່າວ/ບົດ​ອື່ນ