ຫວຽດ​ນາມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ ສະ​ພາສິດ​ທິ​ມະ​ນຸດ ສ​ປ​ຊ ຄືນ​ໃໝ່​ໃນ​ອາ​ຍຸ​ການ 2026 – 2028

(VOVWORLD) - ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຊີ້ແຈ້ງວ່າ ສະພາສິດທິມະນຸດ ຕ້ອງສຸມໃສ່ຊຸກຍູ້ບັນດາບຸລິມະສິດສູງສຸດຕໍ່ປະຊາຊົນ ແມ່ນການຊົມໃຊ້ສິດທິດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ສິດທິໃນການພັດທະນາ ແລະ ປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງສູງ.
ຫວຽດ​ນາມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ ສະ​ພາສິດ​ທິ​ມະ​ນຸດ ສ​ປ​ຊ ຄືນ​ໃໝ່​ໃນ​ອາ​ຍຸ​ການ 2026 – 2028 - ảnh 1ທ່ານລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 26 ກຸມພາ, ຢູ່ເຊີແນວ, ປະເທດ ສະວິດ, ທ່ານລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ ສະພາສິດທິມະນຸດ ສປຊ ຊຸດທີ 55. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຊີ້ແຈ້ງວ່າ ສະພາສິດທິມະນຸດ ຕ້ອງສຸມໃສ່ຊຸກຍູ້ບັນດາບຸລິມະສິດສູງສຸດຕໍ່ປະຊາຊົນ ແມ່ນການຊົມໃຊ້ສິດທິດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ສິດທິໃນການພັດທະນາ ແລະ ປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງສູງ, ສະເໜີສະພາສິດທິມະນຸດ ເອົາໃຈໃສ່ຊຸກຍູ້ການປະຕິບັດມະຕິເລກທີ 52/19 ໂດຍ ຫວຽດນາມ ສະເໜີ, ເປັນຕົ້ນແມ່ນ ຮຽກຮ້ອງໃຫ້ທຸກປະເທດຊຸກຍູ້ຄວາມເຄົາລົບນັບຖື ແລະ ເຂົ້າໃຈເຊິ່ງກັນແລະກັນ, ກວມລວມ, ເປັນເອກະພາບ  ແລະ ເຄົາລົບຄວາມແຕກຕ່າງກັນ, ການໂອ້ລົມສົນທະນາ ແລະ ການຮ່ວມມື.

ໂດຍຍົກໃຫ້ເຫັນຢ່າງຈະແຈ້ງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນຂົງເຂດປົກປ້ອງສິດທິມະນຸດ, ທ່ານບຸຍແທັງເຊີນຢັ້ງຢືນຄືນໃໝ່ບັນດາບຸລິມະສິດຂອງ ຫວຽດນາມ ເມື່ອເຂົ້າຮ່ວມສະພາສິດທິມະນຸດ ສປຊ, ໃນນັ້ນມີການປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງສູງ, ຄວາມສະເໝີພາບລະຫວ່າງຍິງຊາຍ, ການຫັນເປັນດີຈີຕອນ ແລະ ສິດທິມະນຸດ. ທ່ານລັດຖະມົນຕີ ບຸຍແທັງເຊີນ ໃຫ້ຮູ້ວ່າ ທີ່ກອງປະຊຸມຂັ້ນສູງທີ 56 ທີ່ຈະດຳເນີນໃນເດືອນມິຖຸນາ ຈະມາເຖິງ, ຫວຽດນາມ ຈະສະເໜີມະຕິປະຈຳປີ ກ່ຽວກັບການຮັບປະກັນສິດທິມະນຸດ ໃນສະພາບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ