ຫວຽດນາມ ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ຄັ້ງທີ 2

(VOVWORLD) -

ວັນທີ 11 ຕຸລາ, ທີ່ສຳນັກງານ ສປຊ (ຢູ່ນະຄອນ ນິວຢອກ, ປະເທດ ອາເມລິກາ), ສະມັດຊາໃຫຍ່ ສປຊ ໄດ້ປ່ອນບັດຄັດເລືອກເອົາ 14 ປະເທດເປັນສະມາຊິກຂອງສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025, ໃນນັ້ນມີ ຫວຽດນາມ.

ຫວຽດນາມ ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ຄັ້ງທີ 2 - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງສະມາຊິກຂອງສະພາສິດທິມະນຸດ ສປຊ (ພາບ:TTXVN)

 ບັນດາສະມາຊິກຂອງ ສປຊ ໄດ້ເຂົ້າຮ່ວມການອອກສະໝັກເລືອກຕັ້ງ ໃນ 5 ພາກພື້ນ, ໃນນັ້ນ, ກຸ່ມ ອາຊີ - ປາຊີຟິກ ແມ່ນພາກພື້ນມີການແກ່ງແຍ້ງສູງສຸດໃຫ້ຕຳແໜ່ງສະມາຊິກສະພາຄວາມໝັ້ນຄົງ ສປຊ ອາຍຸການນີ້ມີ 07 ປະເທດໄດ້ສະເໜີໃຫ້ອອກສະໝັກເລືອກຕັ້ງນັບແຕ່ກາງປີ 2021 (01 ປະເທດໄດ້ຖອນຕົວອອກຈາກການສະໝັກໃນຊ່ວງເວລາສຸດທ້າຍ). ຫວຽດນາມ ເປັນປະເທດໄດ້ຮັບການສະໜັບສະໜູນຈາກບັນດາປະເທດ ອາຊຽນ ເຊິ່ງເປັນປະເທດສະໝັກໜຶ່ງດຽວຂອງກຸ່ມ ອາຊຽນສຳລັບຕຳແໜ່ງນີ້; ພ້ອມທັງເປັນປະເທດສະໝັກເລືອກຕັ້ງໜຶ່ງດຽວໃນພາກພື້ນ ອາຊີ ຂອງປະຊາຄົມໃຊ້ພາສາ ຝລັ່ງ.

        ເລື່ອງເປັນຄັ້ງທີສອງ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນສະມາຊິກ ສະພາສິດທິມະນຸດ ສປຊ ສະແດງໃຫ້ເຫັນຄວາມຮັບຮູ້ຈາກປະຊາຄົມສາກົນທີ່ມີຕໍ່ບັນດານະໂຍບາຍ, ຄວາມມານະພະຍາຍມ ແລະ ຜົນງານຂອງ ຫວຽດນາມ ໃນການຮັບປະກັນສິດທິມະນຸດໃນທຸກຂົງເຂດນັບມື້ນັບດີກ່ວາ. ນີ້ແມ່ນເຫດການມີຄວາມໝາຍສຳຄັນ, ແມ່ນບາດກ້າວເດີນໃໝ່ໃນຄວາມມານະພະຍາຍາມຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ແລະ ຄຳສັ່ງເລກທີ 25 ຂອງຄະນະເລຂາກ່ຽວກັບການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຮອດປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ