ຫວຽດນາມ - ໄທ ສູ້ຊົນນຳວົງເງິນການຄ້າຂຶ້ນເປັນ 25 ຕື້ USD ຫາ 30 ຕື້ USD ໂດຍໄວ

(VOVWORLD) -ຕອນບ່າຍວັນທີ 16 ພະຈິກ, ຢູ່ທີ່ສຳນັກງານລັດຖະບານທີ່ບາງກອກ, ປະເທດໄທ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ
ຫວຽດນາມ - ໄທ ສູ້ຊົນນຳວົງເງິນການຄ້າຂຶ້ນເປັນ 25 ຕື້ USD ຫາ 30 ຕື້ USD ໂດຍໄວ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ເຈລະຈາກັບທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ

      ປຶກສາຫາລືກ່ຽວກັບທິດທາງເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ, ການນຳສອງປະເທດເຫັນດີເປັນເອກະສັນຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ໝັ້ນໝາຍຈະມານະພະຍາຍາມນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸເປົ້າໝາຍແຕ່ 25 ຕື້ – 30 ຕື້ USD ໂດຍໄວ; ເພີ່ມທະວີການເຊື່ອມຕໍ່ໃນບັນດາຂົງເຂດ; ຊົມເຊີຍເລື່ອງທະນາຄານກາງຂອງສອງປະເທດຜັນຂະຫຍາຍໂຄງການເຊື່ອມຕໍ່ການຊຳລະຂາຍຍ່ອຍສອງຝ່າຍດ້ວຍລະຫັດ QR ຢ່າງສຳເລັດຜົນ. ຫວຽດນາມສົ່ງເສີມບັນດາວິສາຫະກິດໄທລົງທຶນດ້ານພະລັງງານສີຂຽວ, ລົດຍົນ, ອາຫານປຸງແຕ່ງ, ແຜ່ນແພ, ວັດຖຸເອເລັກໂຕນິກ, ທາດເຄມີ, ແລະ ພື້ນຖານໂຄງລ່າງເຂດອຸດສາຫະກຳ. 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ໄທ ແລະ ຫວຽດນາມ ໂດຍໄວ ໂດຍຜ່ານຍຸດທະສາດ “ສາມເຊື່ອມຕໍ່”, ໃນນັ້ນມີ: ເຊື່ອມຕໍ່ຕ່ອງໂສ້ການສະໜອງ, ເຊື່ອມຕໍ່ບັນດາຂະແໜງເສດຖະກິດຮາກຖານ, ເຊື່ອມຕໍ່ຍຸດທະສາດການເຕີບໂຕແບບຍືນຍົງຂອງສອງປະເທດ. ການນຳສອງປະເທດກໍ່ເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນ, ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການສອນພາສາໄທຢູ່ຫວຽດນາມ ແລະ ພາສາຫວຽດນາມ ຢູ່ໄທ.

     ເມື່ອປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ການນຳ 2 ທ່ານ ຢືນຢັນຈະສົມທົບກັນ ຊຸກຍູ້ ອາຊຽນໃຫ້ມີຄວາມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເສີມຂະຫຍາຍບົດບາດເປັນໃຈກາງ; ກໍ່ສ້າງອະນຸພາກພື້ນແມ່ນ້ຳຂອງທີ່ເຊື່ອມໂຍງ, ສັນຕິພາບ ແລະ ວັດທະນາຖາວອນ; ຮັກສາຫຼັກໝັ້ນຂອງອາຊຽນກ່ຽວກັບທະເລຕາເວັນອອກ, ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍສາກົນ.

    ສິ້ນສຸດການເຈລະຈາ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 5 ສະບັບ.

     ຫຼັງຈາກນັ້ນ, ການນຳສອງທ່ານໄດ້ດຳເນີນການປະຊຸມຖະແຫຼງຂ່າວກ່ຽວກັບຜົນຂອງການຢ້ຽມຢາມ ແລະ ໄດ້ອອກຖະແຫຼງການຮ່ວມດ້ວຍສານ “ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ໄທ: ເປີດໜ້າປະຫວັດສາດໃໝ່ຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດທີ່ເຂັ້ມແຂງກວ່າເກົ່າເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມ.”

ຕອບກັບ

ຂ່າວ/ບົດ​ອື່ນ