ຫວຽດນາມ - ໄທ ເພີ່ມທະວີການຮ່ວມມືທາງດ້ານຄວາມໝັ້ນຄົງ

(VOVWORLD) -ໄລຍະຈະມາເຖິງ, ກະຊວງຕຳຫຼວດຫວຽດນາມ ແລະ ສະພາຄວາມໝັ້ນຄົງແຫ່ງຊາດໄທ ຈະສືບຕໍ່ຊຸກຍູ້ເປີດກວ້າງການພົວພັນຮ່ວມມືໃນຂົງເຂດການເມືອງ, ຄວາມໝັ້ນຄົງ...

ຫວຽດນາມ - ໄທ ເພີ່ມທະວີການຮ່ວມມືທາງດ້ານຄວາມໝັ້ນຄົງ - ảnh 1 ທ່ານ ພົນເອກ ວັນລົບ ຣັກສເນາະພົນໂທເລຂານຸການໃຫຍ່ສະພາຄວາມໝັ້ນຄົງແຫ່ງຊາດ ແລະໂຕເລິມ ລັດຖະມັນຕີກະຊວງຕຳຫຼວດ

(ພາບ:TTXVN)

ຕອນບ່າຍວັນທີ 6 ສິງຫາ, ທີ່ຮ້າໂນ້ຍ, ກ່າວຄຳເຫັນໃນພິທີຕ້ອນຮັບທ່ານ ພົນເອກ ວັນລົບ ຣັກສເນາະ, ເລຂານຸການໃຫຍ່ສະພາຄວາມໝັ້ນຄົງແຫ່ງຊາດ, ຫົວໜ້າກຸ່ມປະຕິບັດງານລວມ ຫວຽດນາມ - ໄທ ກ່ຽວກັບການຮ່ວມມືທາງດ້ານການເມືອງ, ຄວາມໝັ້ນຄົງແຫ່ງປະເທດໄທ, ກຳລັງຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ພົນໂທ ໂຕເລິມ ລັດຖະມັນຕີກະຊວງຕຳຫຼວດ, ສະແດງຄວາມປາດຖະໜາວ່າໃນໄລຍະຈະມາເຖິງ, ກະຊວງຕຳຫຼວດຫວຽດນາມ ແລະ ສະພາຄວາມໝັ້ນຄົງແຫ່ງຊາດໄທ ຈະສືບຕໍ່ຊຸກຍູ້ເປີດກວ້າງການພົວພັນຮ່ວມມືໃນຂົງເຂດການເມືອງ, ຄວາມໝັ້ນຄົງ; ແລກປ່ຽນຂໍ້ມູນ, ແບ່ງປັນປະສົບການໃນວຽກງານປ້ອງກັນ, ຕ້ານອາດຊະຍາກຳ, ພິເສດແມ່ນອາດຊະຍາກຳຂ້າມຊາດ, ອາດຊະຍາກຳກໍ່ການຮ້າຍ, ອາດຊະຍາກຳຢາເສບຕິດ, ອາດຊະຍາກຳການຄ້າມະນຸດ. ພ້ອມທັງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ບັນດາອົງການຕາງໜ້າການທູດ, ວິສາຫະກິດ ແລະ ພົນລະເມືອງຕ່າງປະເທດທີ່ທຳມາຫາກິນ, ດຳລົງຊີວິດ, ທ່ອງທ່ຽວ ແລະ ຮ່ຳຮຽນຢູ່ປະເທດໄທ.

ທ່ານ ວັນລົບ ຣັກສເນາະ, ເລຂານຸການໃຫຍ່ສະພາຄວາມໝັ້ນຄົງແຫ່ງຊາດໄທ ກໍ່ຫວັງວ່າທັງສອງຝ່າຍຈະສືບຕໍ່ຄົ້ນຄວ້າ, ຊອກຮູ້, ເພີ່ມທະວີການພົວພັນຮ່ວມມືໃນການຮັບມືກັບບັນດາອາດຊະຍາກຳແບບໃໝ່, ປະກອບສ່ວນຊຸກຍູ້ສາຍພົວພັນຮ່ວມມື ມິດຕະພາບ ລະຫວ່າງ ສອງຊາດ ຫວຽດນາມ - ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ