ຫວຽດນາມ - ໄທ ເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳ

(VOVWORLD) -ທ່ານລັດຖະມົນຕີ ໂຕເລິມ ຊີ້ແຈ້ງການພົວພັນລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ບັນດາອົງການທີ່ມີໜ້າທີ່ຂອງ ໄທ ແມ່ນຍາມໃດກໍ່ໄດ້ຮັບການຮັກສາ ແລະ ປັບປຸງ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ.
ຫວຽດນາມ - ໄທ ເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳ - ảnh 1ທ່ານພົນເອກ ໂຕເລິມ ຖ່າຍຮູບກັບບັນດາຜູ້ແທນໄທ
(ພາບ: cand.com.vn)

ຕອນບ່າຍວັນທີ 05 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ຕ້ອນຮັບທ່ານ ນິກອນເດດ ພະລາງກູນ, ເອກອັກຄະລັດຖະທູດແຫ່ງລາຊະອານາຈັກ ໄທ ປະຈຳຫວຽດນາມ ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດເລີ່ມປະຕິບັດໜ້າທີ່ຢູ່ຫວຽດນາມ. ອວຍພອນທ່ານ ນິກອນເດດ ພະລາງກູນ ມາຮັບໜ້າທີ່ຢູ່ຫວຽດນາມ ຢ່າງເປັນທາງການ, ທ່ານລັດຖະມົນຕີ ໂຕເລິມ ຊີ້ແຈ້ງການພົວພັນລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ບັນດາອົງການທີ່ມີໜ້າທີ່ຂອງ ໄທ ແມ່ນຍາມໃດກໍ່ໄດ້ຮັບການຮັກສາ ແລະ ປັບປຸງ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ. ເພື່ອເພີ່ມທະວີການພົວພັນຮ່ວມມືໃນໄລຍະຕໍ່ໄປ, ທ່ານລັດຖະມົນຕີ ໂຕເລີມ ສະເໜີໃຫ້ 2 ຝ່າຍຊຸກຍູ້ກ້າວໄປເຖິງການລົງນາມໃນສັນຍາພາຕົວ ເພື່ອເປັນພື້ນຖານໃຫ້ແກ່ກຳລັງປະຕິບັດກົດໝາຍຂອງ 2 ປະເທດ, ສືບຕໍ່ແບ່ງປັນບົດຮຽນໃນຂົງເຂດເຂົ້າ-ອອກເມືອງ, ທ່ອງທ່ຽວ, ລົງທຶນ, ເພີ່ມທະວີການສົມທົບກັນແກ້ໄຂບັນດາເຫດການທີ່ກ່ຽວຂ້ອງເຖິງພົນລະເມືອງຂອງ 2 ປະເທດ; ເພີ່ມທະວີການຮ່ວມມືໃນຂົງເຂດສຶກສາ, ບຳລຸງສ້າງພະນັກງານ…

ຕອບກັບ

ຂ່າວ/ບົດ​ອື່ນ