ຫວຽດນາມ - ໜຶ່ງໃນບັນດາພື້ນຖານເສດຖະກິດພວມຟົດຟື້ນທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ຫວຽດນາມ ພວມຍາດແຍ່ງທ່າໄດ້ປຽບຈາກໂຄງສ້າງປະຊາກອນເພື່ອຊຸກຍູ້ການພັດທະນາເສດຖະກິດ.

        ເມື່ອຕອບສຳພາດຕໍ່ນັກຂ່າວຊ່ອງຂ່າວ CNBC ຂອງອາເມລິກາ ໃນວັນທີ 11 ຕຸລາ, ທ່ານ Sarit Chopra, ນັກຊ່ຽວຊານຢູ່ກອງທຶນການລົງທຶນເອກະຊົນຊັ້ນນຳຂອງໂລກ Bain Capital, ມີສຳນັກງານຕັ້ງຢູ່ ລັດ Massachusetts (ອາເມລິກາ), ໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມພິສູດໃຫ້ເຫັນວ່າແມ່ນຕະຫຼາດທີ່ມີການພັດທະນາໄວທີ່ສຸດ ແລະ ກໍ່ແມ່ນພື້ນຖານເສດຖະກິດພວມຟົດຟື້ນທີ່ສຸດຢູ່ອາຊີຕາເວັນອອກສຽງໃຕ້.

ຕາມທ່ານ Sarit Chopra ແລ້ວ, ຫວຽດນາມ ພວມຍາດແຍ່ງທ່າໄດ້ປຽບຈາກໂຄງສ້າງປະຊາກອນເພື່ອຊຸກຍູ້ການພັດທະນາເສດຖະກິດ. ທ່ານໄດ້ຕີລາຄາວ່າ ປະຊາກອນຈຳນວນຫຼວງຫຼາຍໝາຍເຖິງການຫັນເປັນຕົວເມືອງຢ່າງວ່ອງໄວ, ຕະຫຼາດບໍລິໂພກພາຍໃນປະເທດໃຫຍ່ກວ່າ, ແຫຼ່ງກຳລັງແຮງງານທີ່ມີສີມືແຮງງານສູງແມ່ນອຸດົມສົມບູນກວ່າ ແລະ ກຳລັງດຶງດູດການລົງທຶນຈາກຕ່າງປະເທດກໍ່ສູງກວ່າ.ຫວຽດນາມ ມີກຳລັງແຮງງານໜຸ່ມເປັນຈຳນວນຫຼວງຫຼາຍ, ດ້ວຍປະຊາກອນອາຍຸ 25 – 49 ປີກວມເອົາປະມານ 40% ແລະ ຄາດວ່າຈະເພີ່ມຂຶ້ນເປັນປະມານ 44 – 45% ໃນທົດສະວັດນີ້.ສະນັ້ນ, ທ່ານ Sarit Chopra ໃຫ້ຮູ້ວ່າ, ປະຈຸບັນ, ກອງທຶນ Bain Capital ແມ່ນມີຄວາມສົນໃຈທີ່ສຸດເຖິງ ການລົງທຶນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ