ຫວຽດນາມ ໜູນຊ່ວຍ ລາວ ກໍ່ສ້າງສູນຄົ້ນຄວ້າວິທະຍາສາດ ແລະ ຝຶກອົບຮົມ

(VOVWORLD) - ໂຄງການນຳໃຊ້ແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ລັດຖະບານ ລາວ.
ຫວຽດນາມ ໜູນຊ່ວຍ ລາວ ກໍ່ສ້າງສູນຄົ້ນຄວ້າວິທະຍາສາດ ແລະ ຝຶກອົບຮົມ - ảnh 1(ທ່ານຮອງສາດສະດາຈານ, ປະລິນຍາເອກ ເລກວນ ກ່າວຄຳເຫັນທີ່ພິທີ)

        ເນື່ອງໃນໂອກາດການຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢູ່ສປປ.ລາວ, ຕອນເຊົ້າວັນທີ 12 ກໍລະກົດ, ຢູ່ມະຫາວິທະຍາໄລແຫ່ງຊາດ ລາວ, ທີ່ນະຄອນຫຼວງ ວຽງຈັນ, ໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງສູນຄົ້ນຄວ້າວິທະຍາສາດ ແລະ ຝຶກອົບຮົມ. ໂຄງການນຳໃຊ້ແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ລັດຖະບານ ລາວ. ໂຄງການມີ 6 ຊັ້ນ, ດ້ວຍເນື້ອທີ່ເຮັດວຽກທັງໝົດ 2,924 ຕາແມັດ, ຈະເປັນຮາກຖານບຳລຸງສ້າງ, ຝຶກອົບຮົບໃນ 5 ຂົງເຂດຮ່ວມມືບຸລິມະສິດໃນໂຄງການຮ່ວມມືລະຫວ່າງ 2 ຝ່າຍ, ລວມມີ: ກົດໝາຍວິທະຍາ, ການປ່ຽນແປງຂອງດິນຟ້າອາກາດ ແລະ ວິທະຍາສາດສິ່ງແວດລ້ອມ, ວິທະຍາສາດການເມືອງ ແລະ ການປົກຄອງ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ພາສາ ແລະ ວັດທະນະທຳ ຫວຽດນາມ.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງສາດສະດາຈານ, ປະລິນຍາເອກ ເລກວນ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃຫ້ຮູ້ວ່າ, ສູນດັ່ງກ່າວມີເຄື່ອງອຸປະກອນ, ພື້ນຖານດ້ານເຕັກນິກຢ່າງຄົບຊຸດ, ຮັບໃຊ້ການເຄື່ອນໄຫວຄົ້ນຄວ້າວິທະຍາສາດ, ບຳລຸງສ້າງ ແລະ ຝຶກອົບຮົມຢ່າງມີປະສິດທິຜົນ ເພື່ອຍົກສູງລະດັບຄວາມຮູ້ດ້ານວິຊາສະເພາະ, ທັກສະການຄຸ້ມຄອງໃຫ້ແກ່ຝ່າຍ ລາວ. ຜ່ານນັ້ນ, ປະກອບສ່ວນສ້າງກຳລັງນັກຊ່ຽວຊານ ແລະ ຖັນແຖວນັກວິທະຍາສາດມີກຳລັງຢ່າງພຽງພໍເພື່ອຮັບເອົາ, ເປັນເຈົ້າ, ພັດທະນາບັນດາເຕັກໂນໂລຊີເຊິ່ງມະຫາວິທະຍາໄລ ຮ່າໂນ້ຍ ແລະ ມະຫາວິທະຍາໄລແຫ່ງຊາດ ລາວ ໄດ້ກຳນົດບຸລິມະສິດຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ