ຫວຽດ​ນາມ ໜູນຊ່ວຍ​ ລາວ ສ້າງ​ແຜນຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ໃນ​ປີ 2024

(VOVWORLD) - ຫວຽດນາມ ກຽມພ້ອມທີ່ຈະຊ່ວຍເຫຼືອ ລາວ ສ້າງແຜນຍຸດທະສາດພັດທະນາລະຫັດອິນເຕີເນັດປະເທດ .la (ດ໋ອດລາ) ລວມມີນະໂຍບາຍຄຸ້ມຄອງ, ຮູບແບບຄຸ້ມຄອງ, ການຮ່ວມມືແບບ Registry – Registry, ແຜນພັດທະນາ ແລະ ບັນດາກິດຈະກຳແມ່ນແນ່ໃສ່ປະກອບສ່ວນຊຸກຍູ້ການຄ້າອີເລັກໂຕນິກ ແລະ ລັດຖະບານອີເລັກໂຕນິກຢູ່ລາວ. 
ຫວຽດ​ນາມ ໜູນຊ່ວຍ​ ລາວ ສ້າງ​ແຜນຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ໃນ​ປີ 2024 - ảnh 1ພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງ VNNIC ແລະ LRTA (ພາບ: TTXVN)

ວັນທີ 10 ມັງກອນ, ທີ່ນະຄອນຫຼວງວຽງຈັນ, ໃນຂອບເຂດສັບປະດາດິຈິຕອນປະຈຳປີ 2024 ຂອງລາວ ຈັດຂື້ນໃນລະຫວ່າງວັນທີ 11-14 ມັງກອນ, ຄະນະຜູ້ແທນກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີ ຫງ໋ວຽນຮຸຍຢຸ໋ງ ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ ລາວ ໂດຍທ່ານຮອງລັດຖະມົນຕີ ແກ້ວວິສຸກ ໂສລະພົມ ເປັນຫົວໜ້າຄະນະ. ທ່ານ ຫງ໋ວຽນຮຸຍຢຸ໋ງ ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ຫວຽດນາມ ເໜັ້ນໜັກວ່າ: ຫວຽດນາມ ກຽມພ້ອມທີ່ຈະຊ່ວຍເຫຼືອ ລາວ ສ້າງແຜນຍຸດທະສາດພັດທະນາລະຫັດອິນເຕີເນັດປະເທດ .la (ດ໋ອດລາ) ລວມມີນະໂຍບາຍຄຸ້ມຄອງ, ຮູບແບບຄຸ້ມຄອງ, ການຮ່ວມມືແບບ Registry – Registry, ແຜນພັດທະນາ ແລະ ບັນດາກິດຈະກຳແມ່ນແນ່ໃສ່ປະກອບສ່ວນຊຸກຍູ້ການຄ້າອີເລັກໂຕນິກ ແລະ ລັດຖະບານອີເລັກໂຕນິກຢູ່ລາວ; ພ້ອມກັນນັ້ນຈະແບ່ງປັນປະສົບການວຽກງານສ້າງຕັ້ງລະບົບພື້ນຖານໂຄງລ່າງຮັບປະກັນຄວາມປອດໄພດ້ານຂໍ້ມູນໃຫ້ບັນດາກອງປະຊຸມຂັ້ນສູງ ໃນປີທີ່ລາວຮັບໜ້າທີ່ເປັນປະທານ ອາຊຽນ 2024.

       ສອງຝ່າຍເຫັນດີເປັນເອກພາບໃນໄລຍະທີ່ຈະມາເຖິງ ຈະສືບຕໍ່ເພີ່ມທະວີການແລກປ່ຽນ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການລະອຽດ ເພື່ອແນ່ໃສ່ຍົກສູງຄວາມຮູ້ຄວາມສາມາດໃຫ້ບຸກຄະລາກອນທີ່ເຄື່ອນໄຫວຮັບໃຊ້ໃຫ້ສູນຕິດຕາມກວດກາເຄືອຂ່າຍອິນເຕີເນັດແຫ່ງຊາດລາວ ກໍ່ຄືໜູນຊ່ວຍລາວບຳລຸງສ້າງຊັບພະຍາກອນມະນຸດຢູ່ບັນດາໂຮງຮຽນຕ່າງໆ ໃນລະດັບປະລິນຍາຕີ ແລະ ປະລິນຍາໂທ, ພິເສດແມ່ນບຳລຸງສ້າງບາງເນື້ອໃນໃໝ່ທີ່ຈຳເປັນ ເຊັ່ນເຕັກໂນໂລຊີການເງິນ fintech, ການຫັນເປັນດິຈິຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ