ຫວຽດ​ນາມ ໜູນ​ຊ່ວຍ ເນ​ປານ ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕອນບ່າຍວັນທີ 24 ພຶດສະພາ, ຢູ່ອິນເດຍ, ທ່ານ ຟ້າມແຊງເຈົາ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ທັງປະຈຳລາຊະອານາຈັກ ເນປານ ໄດ້ມອບເງິນຈຳນວນ 30 ພັນ USD ຂອງລັດຖະບານ ຫວຽດນາມ ໃຫ້ແກ່ທ່ານ ເອກອັກຄະລັດຖະທູດ ເນປານ ປະຈຳ ອິນເດຍ ເພື່ອແນໃສ່ໜູນຊ່ວຍລັດຖະບານ ແລະ ປະຊາຊົນ ເນປານໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ຫວຽດ​ນາມ ໜູນ​ຊ່ວຍ ເນ​ປານ ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານ ຟ້າມແຊງເຈົາ ເອກອັກຄະລັດຖະທູດ ຫວຽດນາມ  ໄດ້ມອບເງິນຈຳນວນ 30 ພັນ USD ໃຫ້ເນປານ ເພື່ອ ໜູນຊ່ວຍການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

ທີ່ພິທີ, ທ່ານ ເອກອັກຄະລັດຖະທູດ ຟ້າມແຊງເຈົາ ໃຫ້ຮູ້ວ່າ ສະມາຄົມພຸດທະສາສະໜາ ຫວຽດນາມ ຈະມອບເຄື່ອງກວດພະຍາດ ໂຄວິດ - 19 ຈຳນວນ 2000 ຊຸດ (ມີມູນຄ່າ 30 ພັນ USD) ໃຫ້ແກ່ລັດຖະບານ ເນປານ. ຈຳນວນເຄື່ອງດັ່ງກ່າວ ຈະໄດ້ສົ່ງໂດຍກົງໄປຍັງນະຄອນຫຼວງ Kathamandu . ທ່ານ ເອກອັກຄະລັດຖະທູດ ເນປານ ປະຈຳ ອິນເດຍ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ການໜູນຊ່ວຍ ຂອງລັດຖະບານ, ປະຊາຄົມພຸດທະສາສະນິກກະຊົນ ແລະ ປະຊາຊົນ ຫວຽດນາມ ແລະ ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ຄວາມສາມັກຄີລະຫວ່າງ ສອງປະເທດ, ການແບ່ງເບົາ, ລະດົມກຳລັງໃຈຢ່າງທັນການຂອງປະຊາຄົມສາກົນ ຈະຊ່ວຍໃຫ້ ເນປານ ຜ່ານຜ່າໂລກລະບາດໂຄວິດ - 19 ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ