ຫວຽດ​ນາມ ໜູນ​ຊ່ວຍ​ລາວ, ກຳ​ປູ​ເຈຍ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

(VOVWORLD) -ຕອນບ່າຍວັນທີ 3 ເມສາ 2020, ຢູ່ຮ່າໂນ້ຍ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມໄດ້ດຳເນີນການມອບອຸປະກອນການແພດ, ເຊິ່ງແມ່ນຂອງຂວັນຈາກລັດຖະບານ  ແລະ ປະຊາຊົນ ຫວຽດນາມ ມອບໃຫ້ລັດຖະບານ ແລະ ປະຊາຊົນລາວ, ລັດຖະບານ ແລະ ປະຊາຊົນ ກຳປູເຈຍເພື່ອໜູນຊ່ວຍໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ Covid– 19.
ຫວຽດ​ນາມ ໜູນ​ຊ່ວຍ​ລາວ, ກຳ​ປູ​ເຈຍ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19 - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ ມອບອຸປະກອນການແພດໃຫ້ແກ່ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ

ບັນດາອຸປະກອນການແພດເຫຼົ່ານີ້ລວມມີ: ຊຸດເຄື່ອງນຸ່ງປ້ອງກັນ, ຜ້າອັດປາກ - ດັງອະນາໄມແລະຂ້າເຊື້ອ, ລະບົບວິໄຈພ້ອມກັບຊຸດກວດຫາເຊື້ອ Covid– 19.

        ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມໄດ້ ຢັ້ງຢືນວ່າ ນີ້ແມ່ນສິ່ງທີ່ດີທີ່ສຸດເຊິ່ງ ລັດຖະບານ ຫວຽດນາມ ສາມາດແບ່ງປັນໄດ້ໃນສະພາບການທີ່ ຫວຽດນາມ ກໍ່ພວມມີຄວາມຕ້ອງການຢ່າງໃຫຍ່ຫຼວງກ່ຽວກັບບັນດາອຸປະກອນທາງການແພດເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid– 19, ຫວັງວ່າ ການໜູນຊ່ວຍນີ້ຈະປະກອບສ່ວນລະດົມກຳລັງໃຈ, ໜູນຊ່ວຍປະຊາຊົນ ລາວ ແລະ ກຳປູເຈຍຜ່ານຜ່າໄລຍະຫຍຸ້ງຍາກຄືໃນປັດຈຸບັນ. ທ່ານຮອງລັດຖະມົນຕີ ໄດ້ສະເໜີໃຫ້ລັດຖະບານລາວ, ກຳປູເຈຍສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ປະເທດປະຈຳຖິ່ນມີຄວາມອຸ່ນອ່ຽນໃຈດຳລົງຊີວິດເປັນປົກກະຕິ ແລະ ໄດ້ສຳຜັດກັບບັນດາເງື່ອນໄຂສາທາລະນະສຸກທີ່ຈຳເປັນເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid -19.

        ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແລະ ທ່ານ ໄຈ ນາວູດ ເອກອັກຄະລັດຖະທູດ ກຳປູເຈຍປະຈຳຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ຈຳນວນອຸປະກອນການແພດດັ່ງກ່າວບໍ່ພຽງແຕ່ເປັນການສະໜັບສະໜູນດ້ານວັດຖຸເທົ່ານັ້ນ, ຫາກຍັງເປັນແຫຼ່ງລະດົມກຳລັງໃຈອັນຍິ່ງໃຫຍ່ທີ່ຊ່ວຍໃຫ້ລາວ ແລະ ກຳປູເຈຍຜ່ານຜ່າໄລຍະຫຍຸ້ງຍາກນີ້ອີກດ້ວຍ, ທັງສອງທ່ານຢັ້ງຢືນວ່າ ຈະສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອແນໃສ່ຮັບປະກັນບັນດາຜົນປະໂຫຍດຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ, ກຳປູເຈຍໃຫ້ດີທີ່ສຸດ, ພ້ອມທັງມານະພະຍາຍາມຮັບປະກັນການໄປມາຄ້າຂາຍສິນຄ້າຢູ່ລຽບຕາມເສັ້ນຊາຍແດນລະຫວ່າງ ຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ