ຫວຽດ​ນາມ ໜູນ​ຊ່ວຍ​ລາວ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) - ຫວຽດນາມ ໄດ້ຕົກລົງໜູນຊ່ວຍດ່ວນໃຫ້ແກ່ລາວ ຈຳນວນເງິນ 2.150.000 USD ແລະ ເຄື່ອງອຸປະກອນການແພດຈຳນວນໜຶ່ງ.
ຫວຽດ​ນາມ ໜູນ​ຊ່ວຍ​ລາວ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 - ảnh 1

 (ພາບ:tgvn.vn)

  ຕອນບ່າຍວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດພິທີມອບຂອງຂວັນຂອງພັກ, ລັດ ແລະ ປຊຊ ຫວຽດນາມ, ໜູນຊ່ວຍ ພັກ, ລັດ ແລະ ປຊຊ ລາວ ຮັບມືກັບການແຜ່ລະບາດໂລກລະບາດຮອບໃໝ່ຢູ່ລາວ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ເປັນປະທານພິທີ ແລະ ມີການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບູນຍວງ. ຫວຽດນາມ ໄດ້ຕົກລົງໜູນຊ່ວຍດ່ວນໃຫ້ແກ່ລາວ ຈຳນວນເງິນ 2.150.000 USD ແລະ ເຄື່ອງອຸປະກອນການແພດຈຳນວນໜຶ່ງເພື່ອນຳໃຊ້ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ