ຫວຽດ​ນາມ ໜູນ​ຊ່ວຍອຸ​ປະ​ກອນ​ການ​ແພດ​ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid -19 ໃຫ້​ແກ່ຫຼາຍ​ປະ​ເທດ

(VOVWORLD) - ໂດຍໄດ້ຮັບການມອບສິດຈາກທ່ານນາຍົກລັດຖະມົນຕີ, ຕອນບ່າຍວັນທີ 18 ພຶດສະພາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມອບອຸປະກອນການແພດເພື່ອໜູນຊ່ວຍການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງ ລັດຖະບານ  ແລະ ປະຊາຊົນ ຫວຽດນາມໃຫ້ລັດຖະບານ ແລະ ປະຊາຊົນ 8 ປະເທດຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານຢູ່ອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້ ແລະ ປາຊີຟິກໃຕ້ລວມມີ: ອົດສະຕາລີ, ບຮູໄນ, ອິນເດຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ. 
ຫວຽດ​ນາມ ໜູນ​ຊ່ວຍອຸ​ປະ​ກອນ​ການ​ແພດ​ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid -19 ໃຫ້​ແກ່ຫຼາຍ​ປະ​ເທດ - ảnh 1ພິທີມອບຮັບ ອຸປະກອນການແພດ (ພາບ: baoquocte.vn)

ເຄື່ອງໜູນຊ່ວຍລວມມີ: ຜ້າອັດປາກ - ດັງປ້ອງກັນເຊື້ອໂລກ, ຜ້າອັດປາກ - ດັງປ້ອງກັນພະຍາດ, ຊຸດປ້ອງກັນເຊື້ອໂລກ ແລະ ຜະລິດຕະພັນຢາຊີວິພາບວິໄຈເຊື້ອໄວຣັດ SARS – CoV – 2 ໂດຍ ຫວຽດນາມຜະລິດດ້ວຍຍອດມູນຄ່າ ແມ່ນ 420.000 USD. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນກ໊ວກຢຸງຢັ້ງຢືນວ່າ: ຫວຽດນາມມີຄວາມປາດຖະໜາຢາກແບ່ງປັນ ແຫຼ່ງກຳລັງສ່ວນໜຶ່ງໃນຄວາມສາມາດຂອງຕົນເພື່ອປະກອບສ່ວນຮັບມືກັບໂລກລະບາດ Covid – 19 ກັບປະຊາຊົນ ແລະ ກຳລັງຢູ່ແນວໜ້າຂອງບັນດາປະເທດ. ທ່ານຮອງລັດຖະມົນຕີໄດ້ສະເໜີວ່າ ລັດຖະບານບັນດາປະເທດສືບຕໍ່ສົມທົບກັນ, ເປັນຕົ້ນແມ່ນຜ່ານບັນດາກົນໄກໂດຍອາຊຽນນຳໜ້າ, ສ້າງເງື່ອນໄຂສະດວກໃຫ້ແກ່ການກັບເມື່ອປະເທດຂອງພົນລະເມືອງຂອງກັນ, ພ້ອມທັງສ້າງເງື່ອນໄຂໃຫ້ແກ່ບັນດາຜູ້ບໍ່ກັບເມືອປະເທດ, ເປັນຕົ້ນແມ່ນນັກສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ