ຫວຽດນາມ40ປີພາຍໃຕ້ທັດສະນະຂອງສາກົນ:ເລື່ອງລາວກ່ຽວກັບຜົນສຳເລັດ

ຫວຽດນາມ40ປີພາຍໃຕ້ທັດສະນະຂອງສາກົນ:ເລື່ອງລາວກ່ຽວກັບຜົນສຳເລັດ - ảnh 1
ທ່ານ Alain Fontenas ຢູ່ ມູ່​ກັງ​ຈ໋າຍ

(vovworld) – 40 ປີ​ພາ​ຍຫຼັງ​ສົງ​ຄາມ​ສິ້ນ​ສຸດ​ລົງ, ເມື່ອ​ມາ ຫວຽດ​ນາມ, ເພື່ອນ​ມິດ​ສາ​ກົນ​ລ້ວນ​ແຕ່​ມີ​ຄວາມ​ຮູ້​ສຶກ​ລວມ​ວ່າ: ປະ​ເທດ​​ໜຶ່ງດ້ວຍ​ປະ​ຫວັດ​ສາດ​​ນີ້​ພວມ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃນ​ແຕ່​ລະ​ວັນ, ດ້ວຍ​ຮູບ​ພາບ​ຂອງ​ປະ​ເທດ​​ໜຶ່ງ​ທີ່ພັດ​ທະ​ນາ​​ຢ່າງຂະ​ຫຍັນ​ຂັນ​ເຄື່ອນ, ເຊື່ອມ​ໂຍງ ແລະ ສະ​ໜິດ​ສະ​ໜົມ.

         Alain Fontenas, ເຊິ່ງ​ແມ່ນນັກ​ຈິດ​ຕະ​ກຳ​ສະ​ໝັກຫຼິ້ນ​ຊາວ ຝ​ຣັ່ງ, ໄດ້​ມາ ຫວຽດ​ນາມ ເປັນ​ຄັ້ງ​ທຳ​ອິດ​ໃນ​ຊຸມມ​ປີ 90 ຂອງ​ສັດ​ຕະ​ວັດ​ທີ 20, ທ່ານ​ມີ​ຄວາມ​ປະ​ທັບ​ໃຈ​​ຕໍ່​ທັດ​ສະ​ນີ​ຍະ​ພາບ, ມະ​ນຸດ ແລະ ອາ​ຫານ​ການ​ກິນ, ທ່ານ​ໄດ້​ແຕ້ມ​ກ່ຽວ​ກັບ​ປະ​ເທດ​ຊາວ ແລະ ຊາວ ຫວຽດ​ນາມ ດ້ວຍ​ຄວາມ​ເມົາ​ມົວ. ນັບ​ແຕ່ນັ້ນ​ມາ, ທ່ານ​ໄດ້​​ມາ ຫວຽດ​ນາມ ເຖິງ 8 ເທື່ອ​ແລ້ວ ແລະ ເທື່ອ​ໃດ​ກໍ່ຢູ່​ໃນ​ເວ​ລາ​ກ່​ວາ 2 ເດືອນ. ຫ້ອງວາງ​ສະ​ແດງ​ພາບ​ແຕ້ມ​ຂອງ Alain Fontenas ຢູ່ ຝ​ຣັ່ງ ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງ​ຊາວ ຝ​ຣັ່ງ​ຜູ້​ຮັກ​ແພງ​ປະ​ເທດ​ຊາດ ແລະ ຊາວ ຫວຽດ​ນາມ ຫຼາຍ​ຄົນ.

        “ການ​ປ່ຽນ​ແປງ​ຂອງ ຫວຽດ​ນາມ ແມ່ນ​ສິ່ງ​ທີ່​ໃຜໆ​ກໍ່​ຮັບ​ຮູ​້​ໄດ້, ສິ່ງ​ດັ່ງ​ກ່າວ​ສະ​ແດງ​​ໃຫ້​ເຫັນຢ່າງ​ຈະ​ແຈ້ງ​ຜ່ານ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ, ເງື່ອນ​ໄຂ​ດຳ​ລົງ​ຊີ​ວິດ, ພື້ນ​ຖານ​ໂຄງ​ລ່າງ… ຕົວ​ຢ່າງ​ຈະ​ແຈ້ງ​ທີ່ສຸດ​ນັ້ນແມ່ນ, ເມື່ອ​ມາ ຫວຽດ​ນາມ ຄັ້ງ​ທຳ​ອິດ​ໃນ​ປີ 1990, ປະ​ເທດ​ຂອງ​ພ​ວກ​ເພື່ອນ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ, ແຕ່​ປະ​ຈຸ​ບັນ​ໄດ້​ມີ​ການປ່ຽນ​ແປງຫຼາຍ​ຢ່າງ, ຖະ​ໜົນ​ຫົນ​ທາງກໍ່​ດີ​ກ່​ວາ ແລະ ພິ​ເສດ​ແມ່ນ​ມີຫຼາຍ​ຄອບ​ຄົວ​ຊື້​ໄດ້​ລົດ​ໂອ​ໂຕ… ​ອາດ​ຈະ​ຢືນ​ຢັນ​ໄດ້​ວ່າ, ຫວຽດ​ນາມ ພວມ​​ພັດ​ທະ​ນາ​ຢ່າງຖືກ​ທິດ.”

        ສ່ວນ​ທ່ານນາງ Rahayu Sarasw​ati, ເຊິ່ງ​ແມ່ນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ມາ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ​ຄັ້ງ​ທີ 132 (IPU 132) ກໍ່​ມີ​ຄວ​າມ​ຕົກ​ສ​ະ​ເງີ້​ຕໍ່​ລະ​ດັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ ຫວຽດ​ນາມ:

        “ຂ້າ​ພະ​ເຈົ້າ​ຖື​ວ່າ, ຫວຽດ​ນາມ ປະ​ຕິ​ບັດ​ໄດ້​ບັນ​ດາ​ສິ່ງ​ທີ່​ດີ​ເລີດ. ມາ ຫວຽດ​ນາມ ຄັ້ງ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ປະ​ຈ​ັກ​ຕາ​ການ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ​ຂອງ​ພວກ​ເພື່ອນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ ​ແລະ ດຶງ​ດູດ​ການ​ລົງ​ທຶນ​ໄດ້ຫຼາຍ. ດ້ວຍ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​​ຢ່າງສະ​ດວກ, ກໍ່​ຄືນະ​ໂຍ​ບາຍ​ເປີດ​ປະ​ຕູນັ້ນ​, ຫວຽດ​ນາມ ພວມ​ຍື່ນ​ຕໍ່​ໜ້າ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ. ”


ຂ່າວ/ບົດ​ອື່ນ