ຫວຽດນາມກະກຽມຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132

ຫວຽດນາມກະກຽມຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 - ảnh 1
ວາ​ລະ​ປະ​ຊຸມ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/9
(ພາບ: Lê Thơm)

(vovworld) – ​ກອງ​ປະ​ຊຸມ​ສະມັດຊາໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU – 132) ຈະ​ຈັດ​ຕັ້ງ​ໃນ​ເດືອນ 3/2015 ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດ​ການ​ເຕັມ​ໄປ​ດ້ວຍ​ບັນ​ດາ​ສານ​ສຳ​ຄັນ​ກ່ຽວ​ກັບ​ສັນ​ຕ​ິ​ພາບ, ປະ​ຊາ​ທິ​ປະ​ໄຕ, ຄວາມ​ກ້າວ​ໜ້າ ແລະ ຄວາມ​ຍຸ​ຕິ​ທຳ​ທາງ​ສັງ​ຄົມ. ດັ່ງ​ນັ້ນ, ຫວຽດ​ນາມ ຕ້ອງ​ກະ​ກຽມ​ໃຫ​້​ເຫດ​ການ​ສຳ​ຄັນ​ພິ​ເສດນີ້, ສອດຄ່ອງກັບ​ແຜນ​ນະ​ໂນ​ບາຍ, ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ, ລັດຫວຽດນາມ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ IPU 132, ໄດ້​ເນັ້ນ​ໜັກ​ຄື​ດັ່ງ​ກ່າວ​ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຈັດ​ຕັ້ງ IPU 132, ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/9, ຢູ່​ຮ່າ​ໂນ້ຍ.

        ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ສະໜີ​ວ່າ, ກ່ອນ​ອື່ນ​ໝົດ​ແມ່ນ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຄວນ​ກະ​ກຽມ​ໃຫ້​ຄະ​ນະ​ຜູ້​ແທນ​ຂອງ ຫວຽດ​ນາມ ເຂົ້າ​ຮ່ວ​ມ IPU 131 ຢູ່ ສະ​ວິດ ໃນ​ເດືອນ 10/2014. ອີງ​ໃສ່​ເນື້ອ​ໃນ​ຂອງ​ແຜນ​ຮ່າງ​ສັງ​ລວມ, ບັນ​ດາ​ອະ​ນຸ​ກຳ​ມະ​ການ​ສ້າງ​ແຜນ​ຮ່າງ​ລະ​ອຽດ​ຢ່າງ​ຮີບ​ດ່ວນ, ເພີ່ມ​ທະ​ວີ​ວຽກ​ງາ​ນ​ສົມ​ທົບ, ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ວຽກ​ງານ​ຖືກ​ກັບ​ຄວາມຄືບໜ້າ, ມີປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ຍົກ​ສູງທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ. ກອງ​ປະ​ຊຸມ​ໃຫຍ່ IPU 132 ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ, ດັ່ງ​ນັ້ນ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ສະ​ເໜີ​ໃຫ້​ນະ​ຄອນ​ຮ່າ​ໂນ້ຍ ຄວນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ໃຫ້​ເພື່ອນ​ມິດ​ສາ​ກົນ.


ຂ່າວ/ບົດ​ອື່ນ