ຫວຽດນາມກະກຽມຈັດຕັ້ງIPUຄັ້ງທີ132ເປັນຢ່າງດີ

ຫວຽດນາມກະກຽມຈັດຕັ້ງIPUຄັ້ງທີ132ເປັນຢ່າງດີ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ IPU (ກາງ) ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ວຽກ​ງານ​ກະ​ກຽມ IPU 132 ຂອງ ຫວຽດ​ນາມ

(vovworld)​ ​- ​ ​​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ກອງ​ປະຊຸມ​​ໃຫຍ່ ​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ IPU ຄັ້ງ​ທີ 131​ ຖືກດຳ​ເນີນຢູ່ Geneve , ວັນ​ທີ 16/10, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ຕ່ອງ​ທິຟ໋ອງ ກ່າວ​ຄຳ​ເຫັນ​ທີ່​ວາລະ​ອັດ​ກອງ​ປະຊຸມ ​ແລະ ໄດ້​ເຊື້ອ​ເຊີນ​ບັນດາ​ສະມາຊິກ​ລັດຖະສະພາ​ລະຫວ່າງ​ຊາດ​ມາ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ IPU ຄັ້ງ​ທີ 132 .

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 15/10, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເຮັດ​ວຽກ​ກັບ​ທ່ານ​ເລຂາ​ໃຫຍ່​ພັນທະ​ມິດ​ ພ້ອມ​ກັບຄະນະ​ເລຂາ​ກ່ຽວ​ກັບ​ວຽກ​ງານ​ກະກຽມ​ໃຫ້ IPU ຄັ້ງ​ທີ 132 ​ເຊິ່ງຈະ​ດຳ​ເນີນ​ໃນ​ເດືອນ 3 ຈະ​ມາ​ເຖິງ​ຢູ່​ຮ່າ​ໂນ້ຍ. ທີ່​ການ​ພົບ​ປະ, ທ່ານ​ເຈິ​ນວັນ​ຮັ່ງ ຫົວໜ້າ​ກຳມາ​ທິການ      ການຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​​ແຈ້ງ​​ໂດຍ​ຫຍໍ້​ວຽກ​ງານ​ຈັດ​ຕັ້ງ​ດ້ານ​ພະລາທິ​ການ​,  ກໍ່​ຄື​ເນື້ອ​ໃນ​ຂອງ IPU ຄັ້ງ​ທີ 132 ຢູ່​ຫວຽດນາມ. ສ່ວນ​ທ່ານ​ເລຂາ​ໃຫຍ່ IPU Martin Chungong ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ວຽກ​ງານ​ກະກຽມ​ຈັດ​ຕັ້ງ​ IPU ຄັ້ງ​ທີ 132 ຂອງ​ຫວຽດນາມ​ ​ແລະ ຢັ້ງຢືນ​ວ່າ:

        ຂ້າພະ​ເຈົ້າ​ເຫັນ​ວ່າ: ຖ້າ​ຫາກ​ຈະຈັດ​ຕັ້ງ IPU ຄັ້ງ​ທີ 132ໃນ​ມື້​ນີ້, ​ຫວຽດນາມ​ກໍ່​​ພ້ອມ​ແລ້ວທີ່​ຈະ​ປະຕິບັດ​ໄດ້. ພວກຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ການ​ກະກຽມ​ຢ່າງ​ລະອຽດ​ເຖິງ​ຖອງ​ຂອງ​ປະ​ເທດ​ເຈົ້າພາບ​ຫວຽດນາມ, ບໍ່​ພຽງ​ແຕ່​ບັນດາ​ບັນຫາ​ພະລາທິການ​ເທົ່າ​ນັ້ນ, ຫາກ​ບັນຫາ​ເນື້ອ​ໃນ, ຫົວ​ຂໍ້​ປຶກສາ​ຫາລືອີກ​ດ້ວຍ. IPUຄັ້ງ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະ​ເທດ​ເຈົ້າພາບ​ຫວຽດນາມ ​ແນະນຳ​ບັນດາ​ບາດກ້າວ​ພັດທະນາ​ໃໝ່​ຢູ່​ຫວຽດນາມ, ບັນດາ​ບາດກ້າວ​ໃນ​ການ​ເຄື່ອນ​ໄຫວ​ລັດຖະສະພາ​ຢູ່​ຫວຽດນາມ, ​ໃນ​ການ​ຊຸກຍູ້​ປະຊາທິປະ​ໄຕ ​ແລະ ບໍລິຫານ​ຢູ່​ສະພາ​ແຫ່ງ​ຊາດເຖິງ​ບັນດາ​ຜູ້​ແທນ​ສາກົນ.


ຂ່າວ/ບົດ​ອື່ນ