ຫວຽດນາມກະກຽມບັນດາໂຄງການມີຄວາມສາມາດເປັນໄປໄດ້ສູງເພື່ອເຊື່ອມຕໍ່ການພົວພັນພາຍໃນກຸ່ມ

ຫວຽດນາມກະກຽມບັນດາໂຄງການມີຄວາມສາມາດເປັນໄປໄດ້ສູງເພື່ອເຊື່ອມຕໍ່ການພົວພັນພາຍໃນກຸ່ມ - ảnh 1
ກາ​ນ​ປະ​ຊຸມ​ຂ່າວ​ສາ​ກົນ​ກ່ຽວ​ກັບ ບັນ​ດາ​ກອງ​ປະ​ຊຸມ (WEF – Mekong), (CLMV 8), (ACMECS 7)

(vovworld) – ​​ຕອນ​ບ່າຍ​ວັ​ນ​ທີ 26/10, ພາຍຫຼັງ​ສິ້​ນ​ສຸດ​ບັນ​ດາ​ເຫດ​ການ​ນອນ​ໃນ​ຂອບ​ເຂດ 3 ກອງ​ປະ​ຊຸມ​ແມ່ນ ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບ​ພາກ​ພື້ນ ແມ່​ຂອງ (WEF – Mekong), ກອງ​ປະ​ຊຸມ​ຂັ້ນ​ສູງ​ຮ່ວມ​ມື​ກຳ​ປູ​ເຈຍ - ລາວ - ມຽນ​ມາ - ຫວຽດ​ນາມ ຄັ້ງ​ທີ 8 (CLMV 8) ແລະ ກອງ​ປະ​ຊຸມ​ຂັ້ນ​ສູງ​ຮ່ວມ​ມື​ຍຸດ​ທະ​ສາດ​ແມ່​ນ້ຳ 3 ສາຍ ອາ​ເຢ​ຢາ​ວາ​ດີ - ເຈົ້າ​ພະ​ຍາ - ແມ່​ຂອງ ຄັ້ງ​ທີ 7 (ACMECS 7), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເປັນ​ປະ​ທານ​ການ​ປະ​ຊຸມ​ຂ່າວ​ສາ​ກົນ. ທ່ານ ໄດ້​ຢັ້ງ​ຢືນ​ວ່າ: ​ໃນ​ເວ​ລາ​ດຽວ, ຫວຽດ​ນາມໄດ້​ຈັດ​ຕັ້ງ 3 ກອງ​ປະ​ຊຸມ ບັ​ນ​ລຸ​ໄດ້​ຜົນ​ສ​ຳ​ເລັດ​ຫຼາຍ​ຢ່າງ. ໃນ​ນັ້​ນ, ກອງ​ປ​ະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບ​ແມ່​ຂອງ ແມ່ນ​ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ ທີ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ບັນ​ດາ​ປະ​ເທດ ແລະ ຄູ່​ຮ່ວມ​ມື​ພັດ​ທະ​ນາ. ທີ່ກອງ​ປ​ະ​ຊຸມ, ບັນ​ດາ​ຝ່າຍ​ໄດ້​ຍົກ​ອອກ​ບັນ​ດາ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ເຕີບ​ໂຕ​ຂຽວ, ເຕີບ​ໂຕ​ທົ່ວ​ເຖິງ, ສູ້​ຊົນ​ກໍ່​ສ້າງ​ສັງ​ຄົມ​ມຸ່ງ​ໄປ​ເຖິງ​ປະ​ຊາ​ຊົນ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າອ​າ​ກາດ​ຢ່າງ​ທັນ​ການ. ບັນ​ດາ​ປະ​ເທດ​ເຫັນ​ວ່າ​ຕ້ອງ​ເພີ່ມ​ທະ​ວ​ີ​ການ​ພົວ​ພັນ​ພາຍ​ໃນ​ກຸ່ມ​ໃຫ້​ດີ​ກ່​ວາ, ພ້ອມ​ທັງ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ພັດ​ທະ​ນາຢ່າງ​ແຮງ, ຈາກ​ບັນ​ດາ​ປະ​ເທດ​ນຳ​ໜ້າ ອ​າ​ຊຽນ, ອີ​ຢູ, ຈີນ ແລະ ບັນ​ດາ​ປະ​ເທດ​ອື່ນໆ​ຕະຫຼອດ​ຮອດ​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ຄື: WB, ADB. ກ່ຽວ​ກັບ​ໝາກ​ຜົນ​ລະ​ອຽດ​ຂອງ​ບັນ​ດາ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ໃຫ້​ຮູ້​ວ່າ:

        “ກອ​ງ​ປະ​ຊຸມ​ໄດ້​ພິ​ຈາ​ລະ​ນະ​ບັນ​ດາ​ມາດ​ຕະ​ການ​ລະ​ດົມ​ແຫຼ່ງ​ກຳ​ລັງ​ເພື່ອ​ພັດ​ທະ​ນາ ແລະ ປຸກ​ລຸກ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ພາກ​ພື້ນ ແມ່​ຂອງ. ກອງ​ປະ​ຊຸມກໍ່​ໄດ້​ຍົກ​ອອກ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກິດ​ຄັ້ງ​ທີ 4 ສຳລັບ​ວິ​ວັດ​ທະ​ນາ​ການ​ຫັນ​ພາກ​ພື້ນແມ່​ນ້ຳ​ຂອງເປັນ​ອຸດ​ສາ​ຫະ​ກ​ຳ ແລະ ບັນ​ດາ​ມາດ​ຕະ​ການ​ເຊື່ອມ​ຕໍ່, ພ້ອມ​ນັ້ນກໍ່​ໄດ້​ຍົກ​ອອກ​ມາດ​ຕະ​ການ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ.”

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ: ທີ່ກອງ​ປະ​ຊຸມນີ້, ບັນ​ດາ​ນັກ​ລົງ​ທຶນ​ໄດ້​ຊອກ​ຮູ້​ບັນ​ດາ​ໂຄງ​ການ​ທີ່​ມີ​ຄວາມ​ສາ​ມາດ​ເປັນ​ໄປ​ໄດ​້​ເຂົ້າ​ບັນ​ດາ​ປະ​ເທດ  CLMV ກໍ​ຄື ACMECS. ກ່ຽວ​ກັບ​ເລື່ອງ ຫວຽດ​ນາມ ​ຕ້ອງເຮັດ​ຫຍັງ​​ແດ່ເພື່ອ​​ຍາດ​ແຍ່ງ​ໃຊ້​ບັນ​ດາ​ກາ​ລະ​ໂອ​ກາດ, ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ຖື​ວ່າ:

        “ຫວຽດ​ນາມ ຕ້ອງ​ເຫັນ​ໄດ້​ຈຸດ​ອ່ອນ ແລະ ຄວາມ​ຮ​ັບ​ຜິດ​ຊອບ​ພາຍ​ໃນ​ກຸ່ມ. ດັ່ງ​ນັ້ນ, ເລື່ອງ​ກະ​ກຽມ​ບັນ​ດາ​ໂຄງ​ການ​ມີ​ຄວາມ​ສາ​ມາດ​ເປັນ​ໄປ​ໄດ້​ເພື່ອ​ເຊື່ອມ​ຕໍ່ໍ່​ພາຍ​ໃນ​ກຸ່ມ​ແມ່ນ​ສຳ​ຄັນ​ທີ່​ສຸດ. ຫວຽດ​ນາມ ​ຕັ້ງ​ບັນ​ຫາ​ປະ​ຕິ​ຮູບ​ຕົນ​ເອງ​ເພື່ອ​ຍົກ​ສູງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ສຸ້​ຊົນ​ນອນ​ໃນ​ກ່​ຸມ​ປະ​ເທດ​ນຳ​ໜ້າ ອາ​ຊຽນ ຫາກບໍ່​ພຽງ​ແຕ່​ນຳ​ໜ້າ CLMV. ການ​ປະ​ຕິ​ບັດ​​ສ້າງລັດ​ຖະ​ບານ​ແຫ່ງ​ການກໍ່​ສ້າງ, ໂປ່ງ​ໃສ, ພັດ​ທະ​ນາ​ການ​ເຄື່ອນ​ໄຫວ, ເປັນ​ເຈົ້າ​ການ​ເພື່ອ​ຄຸ​້ມ​ຄອງ​ເສດ​ຖະ​ກິດ - ສັງ​ຄົມ​ໃຫ້​ດີ​ກ່​ວາ, ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ໃຫ້​ດີ​ກ່​ວາ, ສ້າງ​ແຫຼ່ງ​ກຳ​ລັງ​ດີ​ທີ່​ສຸດ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​​ທ່ວງ​ທັນຖັນ​ກັບ​ບັນ​ດາ​ປະ​ເທດ.”


ຂ່າວ/ບົດ​ອື່ນ