ຫວຽດນາມກະກຽມເປັນ ຢ່າງດີທີ່ສຸດເພື່ອເຂົ້າຮ່ວມ ກຳລັງປົກປັກຮັກສາ ສັນຕິພາບ ສປຊ


ຫວຽດນາມກະກຽມເປັນ ຢ່າງດີທີ່ສຸດເພື່ອເຂົ້າຮ່ວມ ກຳລັງປົກປັກຮັກສາ ສັນຕິພາບ ສປຊ  - ảnh 1

(ພາບປະກອບ)

 (vovworld)- ເຂົ້າຮ່ວມ​ກຳລັງ​ປົກ​ປັກ​ຮັກສາ​ສັນຕິພາບ ສປຊ ​ແມ່ນ​ຄວາມ​ຕັດສິນ​ໃຈສຳຄັນ​ທີາສຸດຂອງ​ຫວຽດນາມ. ທ່ານ​ຮ່າກີ​ມງອກ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ເນັ້ນນັກ​ຄື​ແນວ​ນັ້ນທີ່​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຮ່າງ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ເລື່ອງ​ຫວຽດນາມ ເຂົ້າຮ່ວມ​ກຳລັງ​ປົກ​ປັກ​ຮັກສາ​ສັນຕິພາບ ສປຊ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 25/4 ຢູ່​ຮ່າ​ໂນ້ຍ.

   ​ເພື່ອ​ກະກຽມ​ການເຂົ້າຮ່ວມນີ້, ​ນັບແຕ່​ປີ 2005, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ສົມທົບ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ດຳ​ເນີນ​ການຄົ້ນຄ້ວາລະ​ອຽດ ຊອກ​ຮູ້​ສັງ​ລວມ​ເພື່ອ​ເປັນ​ທີ່​ປຶກສາ, ສະ​ເໜີ​ກັບ​ບການ​ນຳ​ພັກ, ລັດ, ລັດຖະບານ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ​ເຂົ້າຮ່ວມ, ພ້ອມ​ທັງ​ກະກຽມ​ບຸກຄະລາ​ກອນ, ກຳລັງ, ພິ​ເສດ​ແມ່ນ​ຮຽບຮຽງ​ຮ່າງ​ມະຕິ​ກ່ຽວ​ກັບ​ການ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ ປົກ​ປັກ​ຮັກສາ​ສັນຕິພາບຂອງ ສປຊ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຮ່າ​ກີ​ມງອກ ​ເນັ້ນໜັກ​ວ່າ:

   “ກອງ​ປະຊຸມ​ສຳ​ມະ​ນາ​ມື້​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ເພື່ອ​ປຶກສາ​ຫາລື, ຮັບ​ຟັງ​ຄຳ​ເຫັນ​ປະກອບ​ທີ່​ກ້ວາງ​ຂວາງ​ຈາກ​ຫຼາຍ​ແງ່​ມູມທີ່​ແຕກ​ຕ່າງ​ກັນ, ບໍ່​ພຽງ​ແຕ່​ແມ່ນ​ຄຳ​ເຫັນ​ຂອງ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຂອງ​ບັນດາ​ນັກຄົ້ນຄ້ວາ, ຜູ້​ຊ່ຽວຊານກ່ຽວ​ກັບ​ບັນດາ​ບັນຫາ​ຕົ້ນຕໍ່ຄື​: ຫຼັກການ, ຈຸດປະສົງ, ທິດ​ນຳເຂົ້າຮ່ວມ​ກຳລັງ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ ສປຊ. ບັນດາ​ຄຳ​ເຫັນ​ປະກອບ​ໃນ​ມື້​ນີ້​ແມ່ນ​ຈຳ​ເປັນ​ທີ່​ສຸດ​ເພື່ອ​ຊ່ວຍະ​ພວກ​ຂ້າພະ​ເຈົ້າສືບ​ຕໍ່​ສ້າງ​ຮ່າງ​ມະຕິ​ເປັນ​ສົບ​ບູນ​ແບບ ​ແລະ ຜັນ​ຂະຫຍາຍ​ການ​ເຂົ້າຮ່ວມ​ຂອງ​ຫວຽດນາມ ຖືກ​ກັບ​ເວລາ​ໄດ້​ໃຫ້​ຄຳໝັ້ນໝາຍ“./.

ຂ່າວ/ບົດ​ອື່ນ